Search engine for discovering works of Art, research articles, and books related to Art and Culture
ShareThis
Javascript must be enabled to continue!

ປຽບທຽບການຄໍ້າປະກັນສະບຽງອາຫານຂອງຄອບຄົວຊາວກະສິກອນຜູ້ ລ້ຽງປາ ແລະ ບໍ່ລ້ຽງປາ ຢູ່ ບ້ານນາດີເມືອງນາຊາຍທອງ, ນະຄອນຫຼວງວຽງຈັນ ສປປ ລາວ.

View through CrossRef
ບົດຄັດຫຍໍ້: ການຄໍ້າປະກັນສະບຽງອາຫານ ໃຫ້ແກ່ປະຊາກອນພາຍໃນປະເທດ ເວົ້າລວມ, ເວົ້າສະເພາະ ແມ່ນ ລະດັບຄົວເຮືອນ ແມ່ນ ມີຄວາມສຳຄັນຫຼາຍ, ລັດຖະບານ ສປປ ລາວ ແມ່ນ ໄດ້ຖືເອົາວຽກງານດັ່ງກ່າວເປັນບູລິມະສິດ ທີ່ສຳຄັນ, ໂດຍສະເພາະແມ່ນ ການລ້ຽງປາ ຖືເປັນວຽກງານໜຶ່ງ ທີ່ສາມາດຕອບສະໜອງ ໃຫ້ແກ່ການຄໍ້າປະກັນສະບຽງອາຫານລະດັບຄອບຄົວ, ໂດຍສະເພາະແມ່ນ ສະໜອງທາດຊີ້ນ, ທັງນີ້ ເນື່ອງຈາກປາ ເປັນສັດນໍ້າ ທີ່ລ້ຽງງ່າຍ ແລະ ສາມາດເຂົ້າເຖິງງ່າຍໃນການບໍລິໂພກ. ສະນັ້ນ,ການສຶກສາຄັ້ງນີ້້ແມ່ນແນໃສ່ເພື່ອປຽບທຽບການຄໍ້າປະກັນສະບຽງອາຫານຂອງຄອບຄົວຊາວກະສິ ກອນຜູ້ລ້ຽງປາ ແລະ ບໍ່ລ້ຽງປາ ຢູ່ ບ້ານນາດີ ເມືອງນາຊາຍທອງ, ນະຄອນຫຼວງວຽງຈັນ, ສປປ ລາວ, ໂດຍໄດ້ຄັດເລືອກເອົາ 1 ບ້ານ (ບ້ານນາດີ), ມີຈຳນວນຕົວຢ່າງລວມທັງໝົດ 86 ຄອບຄົວ, ໂດຍການກຳນົດແບບເຈາະຈົງ ແລະ ຄຳນວນໂດຍການນຳໃຊ້ສູດ ຂອງ Taro Yamane (1967); ການເກັບກຳຂໍ້ມູນ ແມ່ນ ໃຊ້ວິທີການສຳພາດແບບເຊິ່ງໜ້າດ້ວຍການໃຊ້ແບບຟອມທີ່ໄດ້ກຳນົດໄວ້. ຜົນໄດ້ຮັບຂອງການສຶກສາສະແດງໃຫ້ເຫັນວ່າ ຄອບຄົວທີ່ລ້ຽງປາ ແມ່ນ ສາ ມາດຄໍ້າປະກັນສະບຽງອາຫານໄດ້ດີກວ່າຊາວກະສິກອນ ທີ່ບໍ່ໄດ້ລ້ຽງປາ, ເຊິ່ງສະແດງໃຫ້ເຫັນວ່າ ຊາວກະສິກອນ ທີ່ລ້ຽງປາ ແມ່ນ ສາມາດຄໍ້າປະກັນສະບຽງອາຫານໄດ້ເຖິງ 35.56%, ຄໍ້າປະກັນບາງສວ່ນ 40% ແລະ ບໍ່ຄໍ້າປະກັນ 24.44%, ໃນຂະນະທີ່ ຄອບຄົວ ທີ່ບໍ່ລ້ຽງປາ ແມ່ນ ສາມາດຄໍ້າປະກັນສະບຽງອາຫານໄດ້ ພຽງແຕ່ 9.76%, ຄໍ້າປະກັນໄດ້ບາງສ່ວນ 41.46% ແລະ ບໍ່ສາມາດຄໍ້າປະກັນ ມີເຖິງ 48.78%. ສະນັ້ນ ຂໍ້ສະຫລຸບ ຂອງການສຶກສານີ້ ແມ່ນສາມາດຢືນຢັນໄດ້ວ່າ ການລ້ຽງປາ ຈະຊ່ວຍໃຫ້ຄອບຄົວສາມາດເຂົ້າເຖີງຄວາມໝັ້ນຄົງທາງດ້ານສະບຽງອາຫານໄດ້ດີກວ່າບໍ່ລ້ຽງ.  Abstract: The food security for domestic population in general, specifically at the household level is very important, the government of Lao PDR has taken this task as an important priority, especially fish farming is considered as one of the tasks that can supply for food security at the family level, especially providing meat, because fish is an aquatic animal that is easy to raise and has access to sources for consumption. Therefore, this study aims to compare the household food security in fish farming and none fish farming in Nadee village, Naxaythong district, Vientiane Capital, Lao PDR, by selecting 1 village (Nadi Village), with a total sample of 86 families, by specific determination and calculation using the formula of Taro Yamane (1967); Data collection is done through face-to-face interviews with a prescribed form. This study uses two components of food security as food availability and food access to calculate the level of food security for families and two types of farmers. The results of the study show that fish farming households has food security better than none farming households, which shows that farming households has food security up to 35.56%, partly security with 40% and not security with 24.44% of the total respondents. While none fish farming households has food security only 9.76%, partly security was 41.46% and not security up to 48,78%. Thus, the conclusion of this study indicated that fish farming can support the household food security better than none fish farming. ​
Title: ປຽບທຽບການຄໍ້າປະກັນສະບຽງອາຫານຂອງຄອບຄົວຊາວກະສິກອນຜູ້ ລ້ຽງປາ ແລະ ບໍ່ລ້ຽງປາ ຢູ່ ບ້ານນາດີເມືອງນາຊາຍທອງ, ນະຄອນຫຼວງວຽງຈັນ ສປປ ລາວ.
Description:
ບົດຄັດຫຍໍ້: ການຄໍ້າປະກັນສະບຽງອາຫານ ໃຫ້ແກ່ປະຊາກອນພາຍໃນປະເທດ ເວົ້າລວມ, ເວົ້າສະເພາະ ແມ່ນ ລະດັບຄົວເຮືອນ ແມ່ນ ມີຄວາມສຳຄັນຫຼາຍ, ລັດຖະບານ ສປປ ລາວ ແມ່ນ ໄດ້ຖືເອົາວຽກງານດັ່ງກ່າວເປັນບູລິມະສິດ ທີ່ສຳຄັນ, ໂດຍສະເພາະແມ່ນ ການລ້ຽງປາ ຖືເປັນວຽກງານໜຶ່ງ ທີ່ສາມາດຕອບສະໜອງ ໃຫ້ແກ່ການຄໍ້າປະກັນສະບຽງອາຫານລະດັບຄອບຄົວ, ໂດຍສະເພາະແມ່ນ ສະໜອງທາດຊີ້ນ, ທັງນີ້ ເນື່ອງຈາກປາ ເປັນສັດນໍ້າ ທີ່ລ້ຽງງ່າຍ ແລະ ສາມາດເຂົ້າເຖິງງ່າຍໃນການບໍລິໂພກ.
ສະນັ້ນ,ການສຶກສາຄັ້ງນີ້້ແມ່ນແນໃສ່ເພື່ອປຽບທຽບການຄໍ້າປະກັນສະບຽງອາຫານຂອງຄອບຄົວຊາວກະສິ ກອນຜູ້ລ້ຽງປາ ແລະ ບໍ່ລ້ຽງປາ ຢູ່ ບ້ານນາດີ ເມືອງນາຊາຍທອງ, ນະຄອນຫຼວງວຽງຈັນ, ສປປ ລາວ, ໂດຍໄດ້ຄັດເລືອກເອົາ 1 ບ້ານ (ບ້ານນາດີ), ມີຈຳນວນຕົວຢ່າງລວມທັງໝົດ 86 ຄອບຄົວ, ໂດຍການກຳນົດແບບເຈາະຈົງ ແລະ ຄຳນວນໂດຍການນຳໃຊ້ສູດ ຂອງ Taro Yamane (1967); ການເກັບກຳຂໍ້ມູນ ແມ່ນ ໃຊ້ວິທີການສຳພາດແບບເຊິ່ງໜ້າດ້ວຍການໃຊ້ແບບຟອມທີ່ໄດ້ກຳນົດໄວ້.
ຜົນໄດ້ຮັບຂອງການສຶກສາສະແດງໃຫ້ເຫັນວ່າ ຄອບຄົວທີ່ລ້ຽງປາ ແມ່ນ ສາ ມາດຄໍ້າປະກັນສະບຽງອາຫານໄດ້ດີກວ່າຊາວກະສິກອນ ທີ່ບໍ່ໄດ້ລ້ຽງປາ, ເຊິ່ງສະແດງໃຫ້ເຫັນວ່າ ຊາວກະສິກອນ ທີ່ລ້ຽງປາ ແມ່ນ ສາມາດຄໍ້າປະກັນສະບຽງອາຫານໄດ້ເຖິງ 35.
56%, ຄໍ້າປະກັນບາງສວ່ນ 40% ແລະ ບໍ່ຄໍ້າປະກັນ 24.
44%, ໃນຂະນະທີ່ ຄອບຄົວ ທີ່ບໍ່ລ້ຽງປາ ແມ່ນ ສາມາດຄໍ້າປະກັນສະບຽງອາຫານໄດ້ ພຽງແຕ່ 9.
76%, ຄໍ້າປະກັນໄດ້ບາງສ່ວນ 41.
46% ແລະ ບໍ່ສາມາດຄໍ້າປະກັນ ມີເຖິງ 48.
78%.
ສະນັ້ນ ຂໍ້ສະຫລຸບ ຂອງການສຶກສານີ້ ແມ່ນສາມາດຢືນຢັນໄດ້ວ່າ ການລ້ຽງປາ ຈະຊ່ວຍໃຫ້ຄອບຄົວສາມາດເຂົ້າເຖີງຄວາມໝັ້ນຄົງທາງດ້ານສະບຽງອາຫານໄດ້ດີກວ່າບໍ່ລ້ຽງ.
  Abstract: The food security for domestic population in general, specifically at the household level is very important, the government of Lao PDR has taken this task as an important priority, especially fish farming is considered as one of the tasks that can supply for food security at the family level, especially providing meat, because fish is an aquatic animal that is easy to raise and has access to sources for consumption.
Therefore, this study aims to compare the household food security in fish farming and none fish farming in Nadee village, Naxaythong district, Vientiane Capital, Lao PDR, by selecting 1 village (Nadi Village), with a total sample of 86 families, by specific determination and calculation using the formula of Taro Yamane (1967); Data collection is done through face-to-face interviews with a prescribed form.
This study uses two components of food security as food availability and food access to calculate the level of food security for families and two types of farmers.
The results of the study show that fish farming households has food security better than none farming households, which shows that farming households has food security up to 35.
56%, partly security with 40% and not security with 24.
44% of the total respondents.
While none fish farming households has food security only 9.
76%, partly security was 41.
46% and not security up to 48,78%.
Thus, the conclusion of this study indicated that fish farming can support the household food security better than none fish farming.
​.

Related Results

ບັນຫາການນໍາໃຊ້ວິທີການກວດຄົ້ນ, ຍຶດ ແລະ ອາຍັດຊັບທີ່ໄດ້ມາຈາກການກະທໍາຜິດຕົ້ນໃນສະຖານການຜະລິດ ແລະ ຄ້າຂາຍຢາເສບຕິດ
ບັນຫາການນໍາໃຊ້ວິທີການກວດຄົ້ນ, ຍຶດ ແລະ ອາຍັດຊັບທີ່ໄດ້ມາຈາກການກະທໍາຜິດຕົ້ນໃນສະຖານການຜະລິດ ແລະ ຄ້າຂາຍຢາເສບຕິດ
ການສຶກສາຄົ້ນຄວ້າວິທະຍາສາດໃນຫົວຂໍ້: “ບັນຫາການນໍາໃຊ້ມາດຕະການກວດຄົ້ນ, ຍຶດ ແລະ ອາຍັດຊັບສິນທີ່ໄດ້ມາຈາກການກະທໍາຜິດຕົ້ນໃນສະຖານການຜະລິດ ແລະ ຄ້າຂາຍຢາເສບຕິດ” ມີຈຸດປະສົງສຶກສາເຖິງບັນດາເນື້ອໃນລ...
ແນວທາງການບໍລິຫານວຽກງານສົ່ງເສີມອາຫານທ່ຽງໃນໂຮງຮຽນພາຍໃຕ້ການສະໜັບສະໜູນງົບປະມານຂອງລັດຖະບານ ເມືອງອຸທຸມພອນ ແຂວງສະຫວັນນະເຂດ
ແນວທາງການບໍລິຫານວຽກງານສົ່ງເສີມອາຫານທ່ຽງໃນໂຮງຮຽນພາຍໃຕ້ການສະໜັບສະໜູນງົບປະມານຂອງລັດຖະບານ ເມືອງອຸທຸມພອນ ແຂວງສະຫວັນນະເຂດ
ບົດຄັດຫຍໍ້          ການສຶກສາຄົ້ນຄວ້າໃນຄັ້ງນີ້ມີຈຸດປະສົງ 1) ເພື່ອສຶກສາສະພາບການໃນການຈັດຕັ້ງປະຕິບັດ ວຽກງານສົ່ງເສີມອາຫານທ່ຽງໃນໂຮງຮຽນ ພາຍໃຕ້ການສະໜັບສະໜູນງົບປະມານຂອງລັດຖະບານ ຢູ່ເມືອງອຸທຸ...
ການຈັດການສິ່ງແວດລ້ອມ ແລະ ພະລັງງານ ຂອງໂຮງແຮມ ພາຍໃນນະຄອນຫຼວງພະບາງ ແຂວງຫຼວງພະບາງ
ການຈັດການສິ່ງແວດລ້ອມ ແລະ ພະລັງງານ ຂອງໂຮງແຮມ ພາຍໃນນະຄອນຫຼວງພະບາງ ແຂວງຫຼວງພະບາງ
ການສິຶກສາເລື່ອງ ການຈັດການສິ່ງແວດລ້ອມ ແລະ ພະລັງງານ ຂອງໂຮງແຮມ ໃນນະຄອນ ຫຼວງພະບາງ ແຂວງ ຫຼວງພະບາງ ມີ 03 ຈຸດປະສົງ ຄື: (1) ສຶກສາກ່ຽວກັບການຈັດການສິ່ງແວດລ້ອມ ແລະ ພະລັງງານ, (2) ປັດໄຈທີ່ມີຜົນ...
ສຶກສາຜົນຕອບແທນທາງດ້ານເສດຖະກິດໃນການລ້ຽງງົວທອມດ້ວຍວິທີການທີ່ແຕກຕ່າງກັນຂອງ ກຸ່ມລ້ຽງງົວຢູ່ເມືອງໂພນໄຊ ແລະ ເມືອງພູຄູນ ແຂວງຫຼວງພະບາງ
ສຶກສາຜົນຕອບແທນທາງດ້ານເສດຖະກິດໃນການລ້ຽງງົວທອມດ້ວຍວິທີການທີ່ແຕກຕ່າງກັນຂອງ ກຸ່ມລ້ຽງງົວຢູ່ເມືອງໂພນໄຊ ແລະ ເມືອງພູຄູນ ແຂວງຫຼວງພະບາງ
ບົດຄັດຫຍໍ້: ການສຶກສາຜົນຕອບແທນທາງດ້ານເສດຖະກິດໃນການລ້ຽງງົວທອມດ້ວຍວິທີການທີ່ແຕກຕ່າງກັນຂອງກຸ່ມລ້ຽງງົວຢູ່ເມືອງໂພນໄຊ ແລະ ເມືອງພູຄູນແຂວງຫຼວງພະບາງຄັ້ງນີ້ມີຈຸດປະສົງເພື່ອ 1) ເພື່ອສຶກສາສະພາບກ...
ປັດໄຈທີ່ສົ່ງຜົນຕໍ່ການເຕີບໂຕຂອງວິສາຫະກິດຂະໜາດກາງ ແລະ ຂະໜາດນ້ອຍ ພາຍໃນນະຄອນໄກສອນພົມວິຫານ ແຂວງ ສະຫວັນນະເຂດ
ປັດໄຈທີ່ສົ່ງຜົນຕໍ່ການເຕີບໂຕຂອງວິສາຫະກິດຂະໜາດກາງ ແລະ ຂະໜາດນ້ອຍ ພາຍໃນນະຄອນໄກສອນພົມວິຫານ ແຂວງ ສະຫວັນນະເຂດ
ການວິໄຈໃນຄັ້ງນີ້ເປັນການວິໄຈໃນຫົວຂໍ້ ປັດໄຈທີ່ສົ່ງຜົນຕໍ່ການເຕີບໂຕຂອງວິສາຫະກິດຂະໜາດກາງ ແລະ ຂະໜາດນ້ອຍ ພາຍໃນນະຄອນໄກສອນພົມວິຫານ ແຂວງສະຫວັນນະເຂດ ໂດຍ​ມີ​ວັດ​ຖຸ​ປະ​ສົງ​ຂອງ​ການສຶກສາ ​ເພື່ອສຶ...
ການສົ່ງຜ່ານອັດຕາດອກເບ້ຍ ແລະ ປະສິດທິພາບຂອງນະໂຍບາຍເງິນຕາໃນ ສປປ ລາວ
ການສົ່ງຜ່ານອັດຕາດອກເບ້ຍ ແລະ ປະສິດທິພາບຂອງນະໂຍບາຍເງິນຕາໃນ ສປປ ລາວ
     ການສຶກສານີ້ມີຈຸດປະສົງເພື່ອປະເມີນກົນໄກການສົ່ງຜ່ານນະໂຍບາຍເງິນຕາ ແລະ ປະສິດທິຜ່ານຂອງການໃຊ້ອັດຕາດອກເບ້ຍເປັນເຄື່ອງມືນະໂຍບາຍໃນ ສປປ ລາວ ພາຍໃຕ້ເງື່ອນໄຂເສດຖະກິດເປີດຂະໜາດນ້ອຍທີ່ມີຂໍ້ຈໍາກ...
ປະເມີນລະດັບການໃຊ້ຄວາມຮ້ອນ ແລະ ແຮງອັດ ທີ່ມີຜົນຕໍ່ກັບການປ່ຽນແປງທາງດ້ານຄວາມໜາແໜ້ນຂອງໄມ້ຢາງພາລາ
ປະເມີນລະດັບການໃຊ້ຄວາມຮ້ອນ ແລະ ແຮງອັດ ທີ່ມີຜົນຕໍ່ກັບການປ່ຽນແປງທາງດ້ານຄວາມໜາແໜ້ນຂອງໄມ້ຢາງພາລາ
ການສຶກສາຄັ້ງນີ້ມີຈຸດປະສົງເພື່ອ 1). ທົດສອບຊອກຫາເງື່ອນໄຂ ຂອງການອັດແໜ້ນທີ່ເໝາະສົມ (ຄວາມຮ້ອນ, ແຮງອັດ ແລະ ເວລາ) ໃນການປ່ຽນແປງຄວາມໜາແໜ້ນ (Density) ຂອງໄມ້ຢາງພາລາ ແລະ 2). ທົດສອບຫາການດູດຊັບນ...
ສຶກສາບັນຫາການແກ້ບົດເຝິກຫັດ ວິຊາວິເຄາະຄະນິດ ກ່ຽວກັບ ສົມຜົນ ແລະ ອະສົມຜົນທີ່ໂຮງຮຽນມັດທະຍົມສົມບູນ ເມືອງນານ ແຂວງຫຼວງພະບາງ
ສຶກສາບັນຫາການແກ້ບົດເຝິກຫັດ ວິຊາວິເຄາະຄະນິດ ກ່ຽວກັບ ສົມຜົນ ແລະ ອະສົມຜົນທີ່ໂຮງຮຽນມັດທະຍົມສົມບູນ ເມືອງນານ ແຂວງຫຼວງພະບາງ
ການ​ຄົ້ນ​ຄ້ວາ​ຄັ້ງ​ນີ້​ ມີ​ຈຸດປະສົງ​ເພື່ອສຶກສາບັນຫາການຮຽນ ຕໍ່ກັບການແກ້ບົດເຝິກຫັດ ວິຊາວິເຄາະຄະນິດ ກ່ຽວກັບ ສົມຜົນ ແລະ ອະສົມຜົນ ຂອງນັກຮຽນຊັ້ນ ມ.5 ທີ່ໂຮງຮຽນມັດທະຍົມສົມບູນ ເມືອງນານ ສົກຮ...

Back to Top