Search engine for discovering works of Art, research articles, and books related to Art and Culture
ShareThis
Javascript must be enabled to continue!

ບັນຫາການນໍາໃຊ້ວິທີການກວດຄົ້ນ, ຍຶດ ແລະ ອາຍັດຊັບທີ່ໄດ້ມາຈາກການກະທໍາຜິດຕົ້ນໃນສະຖານການຜະລິດ ແລະ ຄ້າຂາຍຢາເສບຕິດ

View through CrossRef
ການສຶກສາຄົ້ນຄວ້າວິທະຍາສາດໃນຫົວຂໍ້: “ບັນຫາການນໍາໃຊ້ມາດຕະການກວດຄົ້ນ, ຍຶດ ແລະ ອາຍັດຊັບສິນທີ່ໄດ້ມາຈາກການກະທໍາຜິດຕົ້ນໃນສະຖານການຜະລິດ ແລະ ຄ້າຂາຍຢາເສບຕິດ” ມີຈຸດປະສົງສຶກສາເຖິງບັນດາເນື້ອໃນລະບຽບກົດໝາຍທີ່ເປັນທາງການທີ່ກ່ຽວຂ້ອງກັບການອອກຄໍາສັ່ງ, ນໍາໃຊ້ມາດຕະການກວດຄົ້ນ, ຍຶດ ແລະ ອາຍັດຊັບໃນກໍລະນີທີ່ພົບເຫັນ ຫຼື ສົງໄສວ່າຊັບສິນດັ່ງກ່າວໄດ້ມາຈາກການກະທໍາຜິດຕົ້ນ ເປັນຕົ້ນຂໍ້ກໍານົດຂອງກົດໝາຍວ່າດ້ວຍການຕ້ານສະກັດກັ້ນການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍສະບັບປີ 2014 ແລະ ນິຕິກໍາອື່ນໆ ທີ່ກ່ຽວຂ້ອງກັບການດໍາເນີນຄະດີ; ສຶກສາເຖິງບັນຫາ, ຂໍ້ຫຍຸ້ງຍາກ, ອຸປະສັກ ແລະ ສິ່ງທ້າທາຍຕໍ່ກັບການນໍາໃຊ້ມາດຕະການຕ່າງໆໃນໄລຍະຜ່ານມາ ແລະ ຍັງສຶກສາ ແລະ ຊອກຫາກົນໄກ ແລະ ຂັ້ນຕອນໃໝ່ທີ່ມີປະສິດທິພາບ ເພື່ອນໍາສະເໜີໄປປັບປຸງ ແລະ ແກ້ໄຂບັນຫາທີ່ເກີດຂຶ້ນໂດຍຜ່ານບັນດາຫຼັກການສາກົນ ແລະ ບົດຮຽນຂອງກົດໝາຍຕ່າງປະເທດ ຊຶ່ງເປັນເປົ້າໝາຍອັນສໍາຄັນຂອງການສຶກສາຄົ້ນຄວ້າຂອງຫົວຂໍ້ດັ່ງກ່າວ.ການສຶກສາຄົ້ນຄວ້າໃນຄັ້ງນີ້ໄດ້ນໍາໃຊ້ວິທີການສຶກສາທາງດ້ານຄຸນະພາບ ເປັນຕົ້ນການສຶກສາຈາກບັນດານິຕິກໍາ, ເອກະສານ, ຂໍ້ມູນທີ່ກ່ຽວຂ້ອງກັບວຽກງານການດໍາເນີນຄະດີອາຍາຕໍ່ກັບຂະບວນການຟອກເງິນ ແລະ ຫຼັກການຂອງກົດໝາຍສາກົນທີ່ມີຢູ່. ພ້ອມດຽວກັນນັ້ນ, ຍັງໃຊ້ວິທີການສໍາພາດເຈາະລຶກຕໍ່ກັບຄໍາຄິດເຫັນຂອງພະນັກງານ, ຜູ້ປະຕິບັດກົດໝາຍຈໍານວນໜຶ່ງເປັນຕົ້ນ ສໍານັກງານຕ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ (ສຕຟງ), ໜ່ວຍງານສະເພາະ, ເຈົ້າໜ້າທີ່ສືບສວນ-ສອບສວນ ແລະ ພະນັກງານອົງການໄອຍະການທີ່ກ່ຽວຂ້ອງກັບວຽກງານການດໍາເນີນຄະດີ. ການນໍາໃຊ້ວິທີການຄົ້ນຄວ້າວິໄຈທາງຄຸນະພາບຈະຊ່ວຍໃຫ້ພວກເຮົາເຂົ້າໃຈກ່ຽວກັບແນວຄວາມຄິດ, ຫຼັກການ ແລະ ທິດສະດີທີ່ມີຢູ່ພາຍໃນການນໍາໃຊ້ກົດໝາຍຂອງເຈົ້າໜ້າທີ່ຂອງລັດ ແລະ ເພື່ອນໍາໄປສົມທຽບກັບຄວາມສອດຄ່ອງກັບພາກປະຕິບັດຕົວຈິງຂອງເຈົ້າໜ້າທີ່ໆກ່ຽວຂ້ອງ. ຜ່ານການສຶກສາຄົ້ນຄວ້າ, ພວກຂ້າພະເຈົ້າຄົ້ນພົບ, ວິເຄາະ ແລະ ສະຫຼຸບວ່າການນໍາໃຊ້ມາດຕະການກວດຄົ້ນ, ຍຶດ ແລະ ອາຍັດຊັບສິນທີ່ໄດ້ມາຈາກການກະທໍາຜິດຕົ້ນ ແລະ ການດໍາເນີນຄະດີອາຍາຕໍ່ຜູ້ກະທໍາຜິດ ໂດຍສະເພາະສະຖານການຟອກເງິນທີ່ໄດ້ມາຈາກການກະທໍາຜິດໃນສະຖານການຜະລິດ ແລະ ການຄ້າຂາຍຢາເສບຕິດນັ້ນ ເຫັນວ່າຍັງບໍ່ສາມາດບັງຄັບໃຊ້ມາດຕະການກວດຄົ້ນ, ຍຶດ ແລະ ອາຍັດຊັບດັ່ງກ່າວຢ່າງມີປະສິດ ທິພາບ ແລະ ເປັນຮູບປະທໍາດ້ວຍເຫດຜົນທີ່ວ່າກົດໝາຍ ແລະ ບົດບັນຍັດທີ່ກ່ຽວຂ້ອງກັບວຽກງານຕ້ານ ແລະ ປາບປາມການຟອກເງິນບໍ່ໄດ້ລະບຸກົນໄກກ່ຽວກັບການຍຶດ ເພື່ອນໍາມາຮິບຊັບ (Civil forfeiture)ມາເປັນເປັນຂອງລັດແຕ່ໃນເບື້ອງຕົ້ນ ທີ່ສົງໄສ ຫຼື ເຊື່ອວ່າໄດ້ມາຈາກການກະທໍາຜິດຕົ້ນ ແລະ ການຟອກເງິນ ເຊັ່ນໄດ້ມາຈາກການຜະລິດ ແລະ ຄ້າຂາຍຢາເສບຕິດໃນບໍລິບົດຂອງການຟອກເງິນ ເພາະວ່າການຜະລິດ ແລະ ການຄ້າຂາຍຢາເສບຕິດທີ່ຜິດກົດໝາຍເປັນທຸລະກິດທີ່ສ້າງລາຍໄດ້ຢ່າງມະຫາສານ ເພາະສະນັ້ນຖ້າວ່າການກະຜິດໃນສະຖານນີ້ສໍາເລັດລົງແລ້ວ ຜູ້ກະທໍາຜິດຈະພະຍາຍາມປົກປິດ, ປ່ຽນຮູບ, ຊຸກເຊື່ອງແຫຼ່ງທີ່ມາຂອງເງິນໂດຍຮູບການຕ່າງໆ ເພື່ອເຮັດໃຫ້ເງິນ ຫຼື ຊັບສິນເບິ່ງຄືວ່າຖືກຕ້ອງ ແລະ ສາມາດເອົາມານໍາໃຊ້ຕາມກົດໝາຍ. ສະນັ້ນ, ການທີ່ຈະເຂົ້າໄປກວດຄົ້ນ, ຍຶດ, ອາຍັດຊັບສິນທີ່ເກີດຂຶ້ນເພື່ອດໍາເນີນຄະດີອາຍາຈະເປັນເລື່ອງທີ່ຫຍຸ້ງຍາກ, ໃຊ້ເວລາ ແລະ ຕ້ອງມີຂັ້ນຕອນທີ່ຮັດກຸມ ຊຶ່ງເປັນຂັ້ນຕອນທົ່ວໄປຂອງການດໍາເນີນຄະດີອາຍາ.ຈາກບັນຫາ ແລະ ສາເຫດຫຼັກທີ່ໄດ້ກ່າວຜ່ານມາຂ້າງເທິງ, ພວກຂ້າພະເຈົ້າຈຶ່ງມີຄວາມຄິດເຫັນ ແລະ ຂໍ້ສະເໜີຕໍ່ອົງການທີ່ກ່ຽວຂ້ອງ ເພື່ອປັບປຸງ ແລະ ແກ້ໄຂດັ່ງນີ້: ຄວນມີການປັບປຸງກົດໝາຍວ່າດ້ວຍການຕ້ານສະກັດກັ້ນການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ເປັນຕົ້ນຄວນກໍານົດໃຫ້ມີການດໍາເນີນຄະດີກ່ອນຕໍ່ກັບຊັບສິນທີ່ສົງໄສວ່າໄດ້ມາ ຫຼື ກ່ຽວຂ້ອງກັບຂະບວນການຟອກເງິນ ໂດຍແຍກອອກຈາກກັນ; ໃຫ້ມີເຈົ້າໜ້າທີ່ສືບສວນ-ສອບສວນ ຫຼື ເຈົ້າໜ້າທີ່ພິເສດທີ່ເຄື່ອນໄຫວພາຍໃຕ້ກົດໝາຍຕ້ານຟອກເງິນໃນກໍລະນີສົງໄສວ່າເງິນ ຫຼື ຊັບສິນທີ່ເກີດຂຶ້ນນັ້ນໄດ້ມາຈາກການກະທໍາຜິດໃນສະຖານຜະລິດ ແລະ ການຄ້າຂາຍຢາເສບຕິດ ແລ້ວນໍາເອົາມາຟອກເງິນ. ໃນກໍລະນີນີ້, ເຈົ້າໜ້າທີ່ສືບວນ-ສອບສວນ ຫຼື ເຈົ້າໜ້າທີ່ສະເພາະສາມາດດໍາເນີນມາດຕະການຍຶດຊັບທີ່ກ່າວມາໄດ້ເລີຍ ໂດຍໃຫ້ແຍກອອກຈາກການດໍາເນີນຄະດີອາຍາຕໍ່ກັບຜູ້ກະທໍາຜິດຕົ້ນໃນສະຖານຜະລິດ ແລະ ຄ້າຂາຍຢາເສບຕິດ. ການນໍາໃຊ້ວິທີການຮິບຊັບຄວນໃຫ້ສານມີອໍານາດໃນການພິຈາລະນາ ແລະ ຕັດສິນໃຫ້ຮິບຊັບສິນ ແລະ ເງິນຂອງຜູ້ຖືກຮ້ອງຂໍ ເຖິງແມ່ນວ່າການດໍາເນີນຄະດີອາຍາຕໍ່ກັບຜູ້ກະທໍາຜິດໃນສະຖານການກະທໍາຜິດຕົ້ນຈະຍັງບໍ່ສິ້ນສຸດ ຫຼື ຍັງບໍ່ມີການດໍາເນີນຄະດີກໍ່ຕາມ.
Title: ບັນຫາການນໍາໃຊ້ວິທີການກວດຄົ້ນ, ຍຶດ ແລະ ອາຍັດຊັບທີ່ໄດ້ມາຈາກການກະທໍາຜິດຕົ້ນໃນສະຖານການຜະລິດ ແລະ ຄ້າຂາຍຢາເສບຕິດ
Description:
ການສຶກສາຄົ້ນຄວ້າວິທະຍາສາດໃນຫົວຂໍ້: “ບັນຫາການນໍາໃຊ້ມາດຕະການກວດຄົ້ນ, ຍຶດ ແລະ ອາຍັດຊັບສິນທີ່ໄດ້ມາຈາກການກະທໍາຜິດຕົ້ນໃນສະຖານການຜະລິດ ແລະ ຄ້າຂາຍຢາເສບຕິດ” ມີຈຸດປະສົງສຶກສາເຖິງບັນດາເນື້ອໃນລະບຽບກົດໝາຍທີ່ເປັນທາງການທີ່ກ່ຽວຂ້ອງກັບການອອກຄໍາສັ່ງ, ນໍາໃຊ້ມາດຕະການກວດຄົ້ນ, ຍຶດ ແລະ ອາຍັດຊັບໃນກໍລະນີທີ່ພົບເຫັນ ຫຼື ສົງໄສວ່າຊັບສິນດັ່ງກ່າວໄດ້ມາຈາກການກະທໍາຜິດຕົ້ນ ເປັນຕົ້ນຂໍ້ກໍານົດຂອງກົດໝາຍວ່າດ້ວຍການຕ້ານສະກັດກັ້ນການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍສະບັບປີ 2014 ແລະ ນິຕິກໍາອື່ນໆ ທີ່ກ່ຽວຂ້ອງກັບການດໍາເນີນຄະດີ; ສຶກສາເຖິງບັນຫາ, ຂໍ້ຫຍຸ້ງຍາກ, ອຸປະສັກ ແລະ ສິ່ງທ້າທາຍຕໍ່ກັບການນໍາໃຊ້ມາດຕະການຕ່າງໆໃນໄລຍະຜ່ານມາ ແລະ ຍັງສຶກສາ ແລະ ຊອກຫາກົນໄກ ແລະ ຂັ້ນຕອນໃໝ່ທີ່ມີປະສິດທິພາບ ເພື່ອນໍາສະເໜີໄປປັບປຸງ ແລະ ແກ້ໄຂບັນຫາທີ່ເກີດຂຶ້ນໂດຍຜ່ານບັນດາຫຼັກການສາກົນ ແລະ ບົດຮຽນຂອງກົດໝາຍຕ່າງປະເທດ ຊຶ່ງເປັນເປົ້າໝາຍອັນສໍາຄັນຂອງການສຶກສາຄົ້ນຄວ້າຂອງຫົວຂໍ້ດັ່ງກ່າວ.
ການສຶກສາຄົ້ນຄວ້າໃນຄັ້ງນີ້ໄດ້ນໍາໃຊ້ວິທີການສຶກສາທາງດ້ານຄຸນະພາບ ເປັນຕົ້ນການສຶກສາຈາກບັນດານິຕິກໍາ, ເອກະສານ, ຂໍ້ມູນທີ່ກ່ຽວຂ້ອງກັບວຽກງານການດໍາເນີນຄະດີອາຍາຕໍ່ກັບຂະບວນການຟອກເງິນ ແລະ ຫຼັກການຂອງກົດໝາຍສາກົນທີ່ມີຢູ່.
ພ້ອມດຽວກັນນັ້ນ, ຍັງໃຊ້ວິທີການສໍາພາດເຈາະລຶກຕໍ່ກັບຄໍາຄິດເຫັນຂອງພະນັກງານ, ຜູ້ປະຕິບັດກົດໝາຍຈໍານວນໜຶ່ງເປັນຕົ້ນ ສໍານັກງານຕ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ (ສຕຟງ), ໜ່ວຍງານສະເພາະ, ເຈົ້າໜ້າທີ່ສືບສວນ-ສອບສວນ ແລະ ພະນັກງານອົງການໄອຍະການທີ່ກ່ຽວຂ້ອງກັບວຽກງານການດໍາເນີນຄະດີ.
ການນໍາໃຊ້ວິທີການຄົ້ນຄວ້າວິໄຈທາງຄຸນະພາບຈະຊ່ວຍໃຫ້ພວກເຮົາເຂົ້າໃຈກ່ຽວກັບແນວຄວາມຄິດ, ຫຼັກການ ແລະ ທິດສະດີທີ່ມີຢູ່ພາຍໃນການນໍາໃຊ້ກົດໝາຍຂອງເຈົ້າໜ້າທີ່ຂອງລັດ ແລະ ເພື່ອນໍາໄປສົມທຽບກັບຄວາມສອດຄ່ອງກັບພາກປະຕິບັດຕົວຈິງຂອງເຈົ້າໜ້າທີ່ໆກ່ຽວຂ້ອງ.
 ຜ່ານການສຶກສາຄົ້ນຄວ້າ, ພວກຂ້າພະເຈົ້າຄົ້ນພົບ, ວິເຄາະ ແລະ ສະຫຼຸບວ່າການນໍາໃຊ້ມາດຕະການກວດຄົ້ນ, ຍຶດ ແລະ ອາຍັດຊັບສິນທີ່ໄດ້ມາຈາກການກະທໍາຜິດຕົ້ນ ແລະ ການດໍາເນີນຄະດີອາຍາຕໍ່ຜູ້ກະທໍາຜິດ ໂດຍສະເພາະສະຖານການຟອກເງິນທີ່ໄດ້ມາຈາກການກະທໍາຜິດໃນສະຖານການຜະລິດ ແລະ ການຄ້າຂາຍຢາເສບຕິດນັ້ນ ເຫັນວ່າຍັງບໍ່ສາມາດບັງຄັບໃຊ້ມາດຕະການກວດຄົ້ນ, ຍຶດ ແລະ ອາຍັດຊັບດັ່ງກ່າວຢ່າງມີປະສິດ ທິພາບ ແລະ ເປັນຮູບປະທໍາດ້ວຍເຫດຜົນທີ່ວ່າກົດໝາຍ ແລະ ບົດບັນຍັດທີ່ກ່ຽວຂ້ອງກັບວຽກງານຕ້ານ ແລະ ປາບປາມການຟອກເງິນບໍ່ໄດ້ລະບຸກົນໄກກ່ຽວກັບການຍຶດ ເພື່ອນໍາມາຮິບຊັບ (Civil forfeiture)ມາເປັນເປັນຂອງລັດແຕ່ໃນເບື້ອງຕົ້ນ ທີ່ສົງໄສ ຫຼື ເຊື່ອວ່າໄດ້ມາຈາກການກະທໍາຜິດຕົ້ນ ແລະ ການຟອກເງິນ ເຊັ່ນໄດ້ມາຈາກການຜະລິດ ແລະ ຄ້າຂາຍຢາເສບຕິດໃນບໍລິບົດຂອງການຟອກເງິນ ເພາະວ່າການຜະລິດ ແລະ ການຄ້າຂາຍຢາເສບຕິດທີ່ຜິດກົດໝາຍເປັນທຸລະກິດທີ່ສ້າງລາຍໄດ້ຢ່າງມະຫາສານ ເພາະສະນັ້ນຖ້າວ່າການກະຜິດໃນສະຖານນີ້ສໍາເລັດລົງແລ້ວ ຜູ້ກະທໍາຜິດຈະພະຍາຍາມປົກປິດ, ປ່ຽນຮູບ, ຊຸກເຊື່ອງແຫຼ່ງທີ່ມາຂອງເງິນໂດຍຮູບການຕ່າງໆ ເພື່ອເຮັດໃຫ້ເງິນ ຫຼື ຊັບສິນເບິ່ງຄືວ່າຖືກຕ້ອງ ແລະ ສາມາດເອົາມານໍາໃຊ້ຕາມກົດໝາຍ.
ສະນັ້ນ, ການທີ່ຈະເຂົ້າໄປກວດຄົ້ນ, ຍຶດ, ອາຍັດຊັບສິນທີ່ເກີດຂຶ້ນເພື່ອດໍາເນີນຄະດີອາຍາຈະເປັນເລື່ອງທີ່ຫຍຸ້ງຍາກ, ໃຊ້ເວລາ ແລະ ຕ້ອງມີຂັ້ນຕອນທີ່ຮັດກຸມ ຊຶ່ງເປັນຂັ້ນຕອນທົ່ວໄປຂອງການດໍາເນີນຄະດີອາຍາ.
ຈາກບັນຫາ ແລະ ສາເຫດຫຼັກທີ່ໄດ້ກ່າວຜ່ານມາຂ້າງເທິງ, ພວກຂ້າພະເຈົ້າຈຶ່ງມີຄວາມຄິດເຫັນ ແລະ ຂໍ້ສະເໜີຕໍ່ອົງການທີ່ກ່ຽວຂ້ອງ ເພື່ອປັບປຸງ ແລະ ແກ້ໄຂດັ່ງນີ້: ຄວນມີການປັບປຸງກົດໝາຍວ່າດ້ວຍການຕ້ານສະກັດກັ້ນການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ເປັນຕົ້ນຄວນກໍານົດໃຫ້ມີການດໍາເນີນຄະດີກ່ອນຕໍ່ກັບຊັບສິນທີ່ສົງໄສວ່າໄດ້ມາ ຫຼື ກ່ຽວຂ້ອງກັບຂະບວນການຟອກເງິນ ໂດຍແຍກອອກຈາກກັນ; ໃຫ້ມີເຈົ້າໜ້າທີ່ສືບສວນ-ສອບສວນ ຫຼື ເຈົ້າໜ້າທີ່ພິເສດທີ່ເຄື່ອນໄຫວພາຍໃຕ້ກົດໝາຍຕ້ານຟອກເງິນໃນກໍລະນີສົງໄສວ່າເງິນ ຫຼື ຊັບສິນທີ່ເກີດຂຶ້ນນັ້ນໄດ້ມາຈາກການກະທໍາຜິດໃນສະຖານຜະລິດ ແລະ ການຄ້າຂາຍຢາເສບຕິດ ແລ້ວນໍາເອົາມາຟອກເງິນ.
ໃນກໍລະນີນີ້, ເຈົ້າໜ້າທີ່ສືບວນ-ສອບສວນ ຫຼື ເຈົ້າໜ້າທີ່ສະເພາະສາມາດດໍາເນີນມາດຕະການຍຶດຊັບທີ່ກ່າວມາໄດ້ເລີຍ ໂດຍໃຫ້ແຍກອອກຈາກການດໍາເນີນຄະດີອາຍາຕໍ່ກັບຜູ້ກະທໍາຜິດຕົ້ນໃນສະຖານຜະລິດ ແລະ ຄ້າຂາຍຢາເສບຕິດ.
ການນໍາໃຊ້ວິທີການຮິບຊັບຄວນໃຫ້ສານມີອໍານາດໃນການພິຈາລະນາ ແລະ ຕັດສິນໃຫ້ຮິບຊັບສິນ ແລະ ເງິນຂອງຜູ້ຖືກຮ້ອງຂໍ ເຖິງແມ່ນວ່າການດໍາເນີນຄະດີອາຍາຕໍ່ກັບຜູ້ກະທໍາຜິດໃນສະຖານການກະທໍາຜິດຕົ້ນຈະຍັງບໍ່ສິ້ນສຸດ ຫຼື ຍັງບໍ່ມີການດໍາເນີນຄະດີກໍ່ຕາມ.

Related Results

ແນວທາງການບໍລິຫານວຽກງານສົ່ງເສີມອາຫານທ່ຽງໃນໂຮງຮຽນພາຍໃຕ້ການສະໜັບສະໜູນງົບປະມານຂອງລັດຖະບານ ເມືອງອຸທຸມພອນ ແຂວງສະຫວັນນະເຂດ
ແນວທາງການບໍລິຫານວຽກງານສົ່ງເສີມອາຫານທ່ຽງໃນໂຮງຮຽນພາຍໃຕ້ການສະໜັບສະໜູນງົບປະມານຂອງລັດຖະບານ ເມືອງອຸທຸມພອນ ແຂວງສະຫວັນນະເຂດ
ບົດຄັດຫຍໍ້          ການສຶກສາຄົ້ນຄວ້າໃນຄັ້ງນີ້ມີຈຸດປະສົງ 1) ເພື່ອສຶກສາສະພາບການໃນການຈັດຕັ້ງປະຕິບັດ ວຽກງານສົ່ງເສີມອາຫານທ່ຽງໃນໂຮງຮຽນ ພາຍໃຕ້ການສະໜັບສະໜູນງົບປະມານຂອງລັດຖະບານ ຢູ່ເມືອງອຸທຸ...
ການຈັດການສິ່ງແວດລ້ອມ ແລະ ພະລັງງານ ຂອງໂຮງແຮມ ພາຍໃນນະຄອນຫຼວງພະບາງ ແຂວງຫຼວງພະບາງ
ການຈັດການສິ່ງແວດລ້ອມ ແລະ ພະລັງງານ ຂອງໂຮງແຮມ ພາຍໃນນະຄອນຫຼວງພະບາງ ແຂວງຫຼວງພະບາງ
ການສິຶກສາເລື່ອງ ການຈັດການສິ່ງແວດລ້ອມ ແລະ ພະລັງງານ ຂອງໂຮງແຮມ ໃນນະຄອນ ຫຼວງພະບາງ ແຂວງ ຫຼວງພະບາງ ມີ 03 ຈຸດປະສົງ ຄື: (1) ສຶກສາກ່ຽວກັບການຈັດການສິ່ງແວດລ້ອມ ແລະ ພະລັງງານ, (2) ປັດໄຈທີ່ມີຜົນ...
ສຶກສາຜົນຕອບແທນທາງດ້ານເສດຖະກິດໃນການລ້ຽງງົວທອມດ້ວຍວິທີການທີ່ແຕກຕ່າງກັນຂອງ ກຸ່ມລ້ຽງງົວຢູ່ເມືອງໂພນໄຊ ແລະ ເມືອງພູຄູນ ແຂວງຫຼວງພະບາງ
ສຶກສາຜົນຕອບແທນທາງດ້ານເສດຖະກິດໃນການລ້ຽງງົວທອມດ້ວຍວິທີການທີ່ແຕກຕ່າງກັນຂອງ ກຸ່ມລ້ຽງງົວຢູ່ເມືອງໂພນໄຊ ແລະ ເມືອງພູຄູນ ແຂວງຫຼວງພະບາງ
ບົດຄັດຫຍໍ້: ການສຶກສາຜົນຕອບແທນທາງດ້ານເສດຖະກິດໃນການລ້ຽງງົວທອມດ້ວຍວິທີການທີ່ແຕກຕ່າງກັນຂອງກຸ່ມລ້ຽງງົວຢູ່ເມືອງໂພນໄຊ ແລະ ເມືອງພູຄູນແຂວງຫຼວງພະບາງຄັ້ງນີ້ມີຈຸດປະສົງເພື່ອ 1) ເພື່ອສຶກສາສະພາບກ...
ປັດໄຈທີ່ສົ່ງຜົນຕໍ່ການເຕີບໂຕຂອງວິສາຫະກິດຂະໜາດກາງ ແລະ ຂະໜາດນ້ອຍ ພາຍໃນນະຄອນໄກສອນພົມວິຫານ ແຂວງ ສະຫວັນນະເຂດ
ປັດໄຈທີ່ສົ່ງຜົນຕໍ່ການເຕີບໂຕຂອງວິສາຫະກິດຂະໜາດກາງ ແລະ ຂະໜາດນ້ອຍ ພາຍໃນນະຄອນໄກສອນພົມວິຫານ ແຂວງ ສະຫວັນນະເຂດ
ການວິໄຈໃນຄັ້ງນີ້ເປັນການວິໄຈໃນຫົວຂໍ້ ປັດໄຈທີ່ສົ່ງຜົນຕໍ່ການເຕີບໂຕຂອງວິສາຫະກິດຂະໜາດກາງ ແລະ ຂະໜາດນ້ອຍ ພາຍໃນນະຄອນໄກສອນພົມວິຫານ ແຂວງສະຫວັນນະເຂດ ໂດຍ​ມີ​ວັດ​ຖຸ​ປະ​ສົງ​ຂອງ​ການສຶກສາ ​ເພື່ອສຶ...
ປະເມີນລະດັບການໃຊ້ຄວາມຮ້ອນ ແລະ ແຮງອັດ ທີ່ມີຜົນຕໍ່ກັບການປ່ຽນແປງທາງດ້ານຄວາມໜາແໜ້ນຂອງໄມ້ຢາງພາລາ
ປະເມີນລະດັບການໃຊ້ຄວາມຮ້ອນ ແລະ ແຮງອັດ ທີ່ມີຜົນຕໍ່ກັບການປ່ຽນແປງທາງດ້ານຄວາມໜາແໜ້ນຂອງໄມ້ຢາງພາລາ
ການສຶກສາຄັ້ງນີ້ມີຈຸດປະສົງເພື່ອ 1). ທົດສອບຊອກຫາເງື່ອນໄຂ ຂອງການອັດແໜ້ນທີ່ເໝາະສົມ (ຄວາມຮ້ອນ, ແຮງອັດ ແລະ ເວລາ) ໃນການປ່ຽນແປງຄວາມໜາແໜ້ນ (Density) ຂອງໄມ້ຢາງພາລາ ແລະ 2). ທົດສອບຫາການດູດຊັບນ...
ສຶກສາບັນຫາການແກ້ບົດເຝິກຫັດ ວິຊາວິເຄາະຄະນິດ ກ່ຽວກັບ ສົມຜົນ ແລະ ອະສົມຜົນທີ່ໂຮງຮຽນມັດທະຍົມສົມບູນ ເມືອງນານ ແຂວງຫຼວງພະບາງ
ສຶກສາບັນຫາການແກ້ບົດເຝິກຫັດ ວິຊາວິເຄາະຄະນິດ ກ່ຽວກັບ ສົມຜົນ ແລະ ອະສົມຜົນທີ່ໂຮງຮຽນມັດທະຍົມສົມບູນ ເມືອງນານ ແຂວງຫຼວງພະບາງ
ການ​ຄົ້ນ​ຄ້ວາ​ຄັ້ງ​ນີ້​ ມີ​ຈຸດປະສົງ​ເພື່ອສຶກສາບັນຫາການຮຽນ ຕໍ່ກັບການແກ້ບົດເຝິກຫັດ ວິຊາວິເຄາະຄະນິດ ກ່ຽວກັບ ສົມຜົນ ແລະ ອະສົມຜົນ ຂອງນັກຮຽນຊັ້ນ ມ.5 ທີ່ໂຮງຮຽນມັດທະຍົມສົມບູນ ເມືອງນານ ສົກຮ...
ການສົ່ງຜ່ານອັດຕາດອກເບ້ຍ ແລະ ປະສິດທິພາບຂອງນະໂຍບາຍເງິນຕາໃນ ສປປ ລາວ
ການສົ່ງຜ່ານອັດຕາດອກເບ້ຍ ແລະ ປະສິດທິພາບຂອງນະໂຍບາຍເງິນຕາໃນ ສປປ ລາວ
     ການສຶກສານີ້ມີຈຸດປະສົງເພື່ອປະເມີນກົນໄກການສົ່ງຜ່ານນະໂຍບາຍເງິນຕາ ແລະ ປະສິດທິຜ່ານຂອງການໃຊ້ອັດຕາດອກເບ້ຍເປັນເຄື່ອງມືນະໂຍບາຍໃນ ສປປ ລາວ ພາຍໃຕ້ເງື່ອນໄຂເສດຖະກິດເປີດຂະໜາດນ້ອຍທີ່ມີຂໍ້ຈໍາກ...

Back to Top