Javascript must be enabled to continue!
ການຈັດການສິ່ງແວດລ້ອມ ແລະ ພະລັງງານ ຂອງໂຮງແຮມ ພາຍໃນນະຄອນຫຼວງພະບາງ ແຂວງຫຼວງພະບາງ
View through CrossRef
ການສິຶກສາເລື່ອງ ການຈັດການສິ່ງແວດລ້ອມ ແລະ ພະລັງງານ ຂອງໂຮງແຮມ ໃນນະຄອນ ຫຼວງພະບາງ ແຂວງ ຫຼວງພະບາງ ມີ 03 ຈຸດປະສົງ ຄື: (1) ສຶກສາກ່ຽວກັບການຈັດການສິ່ງແວດລ້ອມ ແລະ ພະລັງງານ, (2) ປັດໄຈທີ່ມີຜົນຕໍ່ການຈັດການສິ່ງແວດລ້ອມ ແລະ ພະລັງງານ ແລະ ບັນຫາ ແລະ (3) ແນວທາງການປັບປຸງການຈັດການສິ່ງແວດລ້ອມ ແລະ ພະລັງງານຂອງໂຮງແຮມຢູ່ພາຍໃນນະຄອນ ຫຼວງພະບາງ ແຂວງ ຫຼວງພະບາງ ໂດຍນໍາໃຊ້ວິທີການສຶກສາແບບປະສົມລະຫວ່າງປະລິມານ ແລະ ຄຸນະພາບ ເຊິ່ງກຸ່ມຕົວຢ່າງເຂົ້າຮ່ວມການຕອບແບບສອບຖາມທັງໝົດ40 ຄົນ ແລະ ເຂົ້າຮ່ວມການສຳພາດ 02 ຄົນ. ຜົນການສຶກສາພົບວ່າ: ການຈັດການສິ່ງແວດລ້ອມ ແລະ ພະລັງງານຂອງໂຮງແຮມໃນນະຄອນຫຼວງພະບາງ ແຂວງຫຼວງພະບາງແມ່ນປະຕິບັດໄດ້ດີພໍສົມຄວນບໍ່ວ່າຈະເປັນການຄັດແຍກຂີ້ເຫຍື້ອ, ການແຍກປະເພດຂອງຖັງໃສ່ຂີ້ເຫຍື້ອ, ການນໍາຂີ້ເຫຍື້ອປຽກມາໝັກເປັນຝຸ່ນ, ການນໍາກັບມາໃຊ້ຊໍ້າໃນບາງຢ່າງ ແລະ ການນໍາເອົາວັດຖຸດິບທີ່ຍ່ອຍສະຫຼາຍງ່າຍມາໃຊ້ ເພື່ອຫຼຸດຜ່ອນຂີ້ເຫຍື້ອໃນແຕ່ລະວັນ. ສ່ວນປັດໄຈທີ່ມີຜົນຕໍ່ການຈັດການສິ່ງແວດລ້ອມ ແລະ ພະລັງງານ ແມ່ນປະກອບດ້ວຍຫຼາຍປັດໄຈບໍ່ວ່າຈະເປັນການບໍລິຫານຂອງໂຮງແຮມໃນເຄື່ອ, ການໃຫ້ຄວາມຮ່ວມມືຂອງພະນັກງານໃນການຊ່ວຍກັນຈັດການສິ່ງແວດລ້ອມຂອງໂຮງ ແຮມ ແລະ ຄວາມໃສ່ໃຈການຈັດການສິ່ງແວດລ້ອມຂອງໂຮງແຮມຈາກເຈົ້າຂອງໂຮງແຮມ ລວມທັງການໃຫ້ການຮອງຮັບຈາກ ໜ່ວຍງານທີ່ກ່ຽວຂ້ອງກັບການຈັດການສິ່ງແວດລ້ອມ ແລະ ການບັງຄັບໃຊ້ກົດໝາຍລະບຽບການຕ່າງໆຂອງລັດຖະບານ ພ້ອມທັງປັດຈຸບັນແມ່ນກະແສການອານຸຮັກສິ່ງແວດລ້ອມ ເຊັ່ນ ການຫຼຸດພາວະໂລກຮ້ອນ. ສໍາລັບແນວທາງໃນການແກ້ໄຂບັນຫາສິ່ງແວດລ້ອມ ແລະ ພະລັງງານ ໃນສ່ວນຂອງສະຖານປະກອບການ ແລະ ສ່ວນຂອງພາກລັດມີລັກສະນະຄ້າຍຄືກັນ ບໍ່ວ່າຈະເປັນການໂຄສະນາ, ຝຶກອົບຮົມ, ເຜີຍແຜ ແລະ ແນະນໍາ, ຫຼັກການຂອງການຈັດການສິ່ງແວດລ້ອມທີ່ຖືກວິທີ, ຕໍ່ເນື່ອງຢ່າງເປັນປົກກະຕິ, ປູກຈິດສໍານຶກທີ່ດີໃຫ້ປະຊາຊົນ, ຊຸມຊົນໃກ້ຄຽງ, ພະນັກງານພາຍໃນໂຮງແຮມ ແລະ ມີການເຮັດວຽກຮ່ວມກັບຂະແໜ່ງ, ໜ່ວຍງານ ແລະ ອົງການທີ່ກ່ຽວຂ້ອງ ເພື່ອເຮັດແນວໃດໃຫ້ວຽກງານຈອດກັນ. ຮອງລົງມາແມ່ນການປັບປ່ຽນການນໍາໃຊ້ພະລັງງານໄຟຟ້າມານໍາໃຊ້ພະລັງງານທົດແທນຈາກແສງອາທິດໃຫ້ຫຼາຍທີ່ສຸດ ແລະ ຫຼຸດປະລິມານຖົງພາດສະຕິກ, ເລັ່ງໃສ່ນໍາໃຊ້ຊັບພະຍາກອນທ້ອງຖິ່ນ ແລະ ປູກຕົ້ນໄມ້ເພີ່ມ. ພ້ອມດຽວກັນກໍນໍາໃຊ້ກົດໝາຍ, ລະບຽບການຕ່າງໆ ໃນການໃສ່ລະບຽບກັບບຸກຄົນ ຫຼື ສະຖານປະກອບການທີ່ບໍ່ປະຕິ ບັດລະບຽບວິໃນ. ສໍາລັບຜົນການທົດສອບສົມມຸດຖານ ເຫັນວ່າ ຜູ້ຕອບແບບສອບຖາມທີ່ມີ ເພດ, ອາຍຸ, ລະດັບການສຶກສາ ແລະ ຕໍ່າແໜ່ງຕ່າງກັນແມ່ນມີຄວາມຄິດເຫັນຄືກັນ.
National University of Laos, Center for Scientific Journal Promotion
Title: ການຈັດການສິ່ງແວດລ້ອມ ແລະ ພະລັງງານ ຂອງໂຮງແຮມ ພາຍໃນນະຄອນຫຼວງພະບາງ ແຂວງຫຼວງພະບາງ
Description:
ການສິຶກສາເລື່ອງ ການຈັດການສິ່ງແວດລ້ອມ ແລະ ພະລັງງານ ຂອງໂຮງແຮມ ໃນນະຄອນ ຫຼວງພະບາງ ແຂວງ ຫຼວງພະບາງ ມີ 03 ຈຸດປະສົງ ຄື: (1) ສຶກສາກ່ຽວກັບການຈັດການສິ່ງແວດລ້ອມ ແລະ ພະລັງງານ, (2) ປັດໄຈທີ່ມີຜົນຕໍ່ການຈັດການສິ່ງແວດລ້ອມ ແລະ ພະລັງງານ ແລະ ບັນຫາ ແລະ (3) ແນວທາງການປັບປຸງການຈັດການສິ່ງແວດລ້ອມ ແລະ ພະລັງງານຂອງໂຮງແຮມຢູ່ພາຍໃນນະຄອນ ຫຼວງພະບາງ ແຂວງ ຫຼວງພະບາງ ໂດຍນໍາໃຊ້ວິທີການສຶກສາແບບປະສົມລະຫວ່າງປະລິມານ ແລະ ຄຸນະພາບ ເຊິ່ງກຸ່ມຕົວຢ່າງເຂົ້າຮ່ວມການຕອບແບບສອບຖາມທັງໝົດ40 ຄົນ ແລະ ເຂົ້າຮ່ວມການສຳພາດ 02 ຄົນ.
ຜົນການສຶກສາພົບວ່າ: ການຈັດການສິ່ງແວດລ້ອມ ແລະ ພະລັງງານຂອງໂຮງແຮມໃນນະຄອນຫຼວງພະບາງ ແຂວງຫຼວງພະບາງແມ່ນປະຕິບັດໄດ້ດີພໍສົມຄວນບໍ່ວ່າຈະເປັນການຄັດແຍກຂີ້ເຫຍື້ອ, ການແຍກປະເພດຂອງຖັງໃສ່ຂີ້ເຫຍື້ອ, ການນໍາຂີ້ເຫຍື້ອປຽກມາໝັກເປັນຝຸ່ນ, ການນໍາກັບມາໃຊ້ຊໍ້າໃນບາງຢ່າງ ແລະ ການນໍາເອົາວັດຖຸດິບທີ່ຍ່ອຍສະຫຼາຍງ່າຍມາໃຊ້ ເພື່ອຫຼຸດຜ່ອນຂີ້ເຫຍື້ອໃນແຕ່ລະວັນ.
ສ່ວນປັດໄຈທີ່ມີຜົນຕໍ່ການຈັດການສິ່ງແວດລ້ອມ ແລະ ພະລັງງານ ແມ່ນປະກອບດ້ວຍຫຼາຍປັດໄຈບໍ່ວ່າຈະເປັນການບໍລິຫານຂອງໂຮງແຮມໃນເຄື່ອ, ການໃຫ້ຄວາມຮ່ວມມືຂອງພະນັກງານໃນການຊ່ວຍກັນຈັດການສິ່ງແວດລ້ອມຂອງໂຮງ ແຮມ ແລະ ຄວາມໃສ່ໃຈການຈັດການສິ່ງແວດລ້ອມຂອງໂຮງແຮມຈາກເຈົ້າຂອງໂຮງແຮມ ລວມທັງການໃຫ້ການຮອງຮັບຈາກ ໜ່ວຍງານທີ່ກ່ຽວຂ້ອງກັບການຈັດການສິ່ງແວດລ້ອມ ແລະ ການບັງຄັບໃຊ້ກົດໝາຍລະບຽບການຕ່າງໆຂອງລັດຖະບານ ພ້ອມທັງປັດຈຸບັນແມ່ນກະແສການອານຸຮັກສິ່ງແວດລ້ອມ ເຊັ່ນ ການຫຼຸດພາວະໂລກຮ້ອນ.
ສໍາລັບແນວທາງໃນການແກ້ໄຂບັນຫາສິ່ງແວດລ້ອມ ແລະ ພະລັງງານ ໃນສ່ວນຂອງສະຖານປະກອບການ ແລະ ສ່ວນຂອງພາກລັດມີລັກສະນະຄ້າຍຄືກັນ ບໍ່ວ່າຈະເປັນການໂຄສະນາ, ຝຶກອົບຮົມ, ເຜີຍແຜ ແລະ ແນະນໍາ, ຫຼັກການຂອງການຈັດການສິ່ງແວດລ້ອມທີ່ຖືກວິທີ, ຕໍ່ເນື່ອງຢ່າງເປັນປົກກະຕິ, ປູກຈິດສໍານຶກທີ່ດີໃຫ້ປະຊາຊົນ, ຊຸມຊົນໃກ້ຄຽງ, ພະນັກງານພາຍໃນໂຮງແຮມ ແລະ ມີການເຮັດວຽກຮ່ວມກັບຂະແໜ່ງ, ໜ່ວຍງານ ແລະ ອົງການທີ່ກ່ຽວຂ້ອງ ເພື່ອເຮັດແນວໃດໃຫ້ວຽກງານຈອດກັນ.
ຮອງລົງມາແມ່ນການປັບປ່ຽນການນໍາໃຊ້ພະລັງງານໄຟຟ້າມານໍາໃຊ້ພະລັງງານທົດແທນຈາກແສງອາທິດໃຫ້ຫຼາຍທີ່ສຸດ ແລະ ຫຼຸດປະລິມານຖົງພາດສະຕິກ, ເລັ່ງໃສ່ນໍາໃຊ້ຊັບພະຍາກອນທ້ອງຖິ່ນ ແລະ ປູກຕົ້ນໄມ້ເພີ່ມ.
ພ້ອມດຽວກັນກໍນໍາໃຊ້ກົດໝາຍ, ລະບຽບການຕ່າງໆ ໃນການໃສ່ລະບຽບກັບບຸກຄົນ ຫຼື ສະຖານປະກອບການທີ່ບໍ່ປະຕິ ບັດລະບຽບວິໃນ.
ສໍາລັບຜົນການທົດສອບສົມມຸດຖານ ເຫັນວ່າ ຜູ້ຕອບແບບສອບຖາມທີ່ມີ ເພດ, ອາຍຸ, ລະດັບການສຶກສາ ແລະ ຕໍ່າແໜ່ງຕ່າງກັນແມ່ນມີຄວາມຄິດເຫັນຄືກັນ.
Related Results
ບັນຫາການນໍາໃຊ້ວິທີການກວດຄົ້ນ, ຍຶດ ແລະ ອາຍັດຊັບທີ່ໄດ້ມາຈາກການກະທໍາຜິດຕົ້ນໃນສະຖານການຜະລິດ ແລະ ຄ້າຂາຍຢາເສບຕິດ
ບັນຫາການນໍາໃຊ້ວິທີການກວດຄົ້ນ, ຍຶດ ແລະ ອາຍັດຊັບທີ່ໄດ້ມາຈາກການກະທໍາຜິດຕົ້ນໃນສະຖານການຜະລິດ ແລະ ຄ້າຂາຍຢາເສບຕິດ
ການສຶກສາຄົ້ນຄວ້າວິທະຍາສາດໃນຫົວຂໍ້: “ບັນຫາການນໍາໃຊ້ມາດຕະການກວດຄົ້ນ, ຍຶດ ແລະ ອາຍັດຊັບສິນທີ່ໄດ້ມາຈາກການກະທໍາຜິດຕົ້ນໃນສະຖານການຜະລິດ ແລະ ຄ້າຂາຍຢາເສບຕິດ” ມີຈຸດປະສົງສຶກສາເຖິງບັນດາເນື້ອໃນລ...
ແນວທາງການບໍລິຫານວຽກງານສົ່ງເສີມອາຫານທ່ຽງໃນໂຮງຮຽນພາຍໃຕ້ການສະໜັບສະໜູນງົບປະມານຂອງລັດຖະບານ ເມືອງອຸທຸມພອນ ແຂວງສະຫວັນນະເຂດ
ແນວທາງການບໍລິຫານວຽກງານສົ່ງເສີມອາຫານທ່ຽງໃນໂຮງຮຽນພາຍໃຕ້ການສະໜັບສະໜູນງົບປະມານຂອງລັດຖະບານ ເມືອງອຸທຸມພອນ ແຂວງສະຫວັນນະເຂດ
ບົດຄັດຫຍໍ້
ການສຶກສາຄົ້ນຄວ້າໃນຄັ້ງນີ້ມີຈຸດປະສົງ 1) ເພື່ອສຶກສາສະພາບການໃນການຈັດຕັ້ງປະຕິບັດ ວຽກງານສົ່ງເສີມອາຫານທ່ຽງໃນໂຮງຮຽນ ພາຍໃຕ້ການສະໜັບສະໜູນງົບປະມານຂອງລັດຖະບານ ຢູ່ເມືອງອຸທຸ...
ສຶກສາຜົນຕອບແທນທາງດ້ານເສດຖະກິດໃນການລ້ຽງງົວທອມດ້ວຍວິທີການທີ່ແຕກຕ່າງກັນຂອງ ກຸ່ມລ້ຽງງົວຢູ່ເມືອງໂພນໄຊ ແລະ ເມືອງພູຄູນ ແຂວງຫຼວງພະບາງ
ສຶກສາຜົນຕອບແທນທາງດ້ານເສດຖະກິດໃນການລ້ຽງງົວທອມດ້ວຍວິທີການທີ່ແຕກຕ່າງກັນຂອງ ກຸ່ມລ້ຽງງົວຢູ່ເມືອງໂພນໄຊ ແລະ ເມືອງພູຄູນ ແຂວງຫຼວງພະບາງ
ບົດຄັດຫຍໍ້: ການສຶກສາຜົນຕອບແທນທາງດ້ານເສດຖະກິດໃນການລ້ຽງງົວທອມດ້ວຍວິທີການທີ່ແຕກຕ່າງກັນຂອງກຸ່ມລ້ຽງງົວຢູ່ເມືອງໂພນໄຊ ແລະ ເມືອງພູຄູນແຂວງຫຼວງພະບາງຄັ້ງນີ້ມີຈຸດປະສົງເພື່ອ 1) ເພື່ອສຶກສາສະພາບກ...
ປັດໄຈທີ່ສົ່ງຜົນຕໍ່ການເຕີບໂຕຂອງວິສາຫະກິດຂະໜາດກາງ ແລະ ຂະໜາດນ້ອຍ ພາຍໃນນະຄອນໄກສອນພົມວິຫານ ແຂວງ ສະຫວັນນະເຂດ
ປັດໄຈທີ່ສົ່ງຜົນຕໍ່ການເຕີບໂຕຂອງວິສາຫະກິດຂະໜາດກາງ ແລະ ຂະໜາດນ້ອຍ ພາຍໃນນະຄອນໄກສອນພົມວິຫານ ແຂວງ ສະຫວັນນະເຂດ
ການວິໄຈໃນຄັ້ງນີ້ເປັນການວິໄຈໃນຫົວຂໍ້ ປັດໄຈທີ່ສົ່ງຜົນຕໍ່ການເຕີບໂຕຂອງວິສາຫະກິດຂະໜາດກາງ ແລະ ຂະໜາດນ້ອຍ ພາຍໃນນະຄອນໄກສອນພົມວິຫານ ແຂວງສະຫວັນນະເຂດ ໂດຍມີວັດຖຸປະສົງຂອງການສຶກສາ ເພື່ອສຶ...
ສຶກສາບັນຫາການແກ້ບົດເຝິກຫັດ ວິຊາວິເຄາະຄະນິດ ກ່ຽວກັບ ສົມຜົນ ແລະ ອະສົມຜົນທີ່ໂຮງຮຽນມັດທະຍົມສົມບູນ ເມືອງນານ ແຂວງຫຼວງພະບາງ
ສຶກສາບັນຫາການແກ້ບົດເຝິກຫັດ ວິຊາວິເຄາະຄະນິດ ກ່ຽວກັບ ສົມຜົນ ແລະ ອະສົມຜົນທີ່ໂຮງຮຽນມັດທະຍົມສົມບູນ ເມືອງນານ ແຂວງຫຼວງພະບາງ
ການຄົ້ນຄ້ວາຄັ້ງນີ້ ມີຈຸດປະສົງເພື່ອສຶກສາບັນຫາການຮຽນ ຕໍ່ກັບການແກ້ບົດເຝິກຫັດ ວິຊາວິເຄາະຄະນິດ ກ່ຽວກັບ ສົມຜົນ ແລະ ອະສົມຜົນ ຂອງນັກຮຽນຊັ້ນ ມ.5 ທີ່ໂຮງຮຽນມັດທະຍົມສົມບູນ ເມືອງນານ ສົກຮ...
ປະເມີນລະດັບການໃຊ້ຄວາມຮ້ອນ ແລະ ແຮງອັດ ທີ່ມີຜົນຕໍ່ກັບການປ່ຽນແປງທາງດ້ານຄວາມໜາແໜ້ນຂອງໄມ້ຢາງພາລາ
ປະເມີນລະດັບການໃຊ້ຄວາມຮ້ອນ ແລະ ແຮງອັດ ທີ່ມີຜົນຕໍ່ກັບການປ່ຽນແປງທາງດ້ານຄວາມໜາແໜ້ນຂອງໄມ້ຢາງພາລາ
ການສຶກສາຄັ້ງນີ້ມີຈຸດປະສົງເພື່ອ 1). ທົດສອບຊອກຫາເງື່ອນໄຂ ຂອງການອັດແໜ້ນທີ່ເໝາະສົມ (ຄວາມຮ້ອນ, ແຮງອັດ ແລະ ເວລາ) ໃນການປ່ຽນແປງຄວາມໜາແໜ້ນ (Density) ຂອງໄມ້ຢາງພາລາ ແລະ 2). ທົດສອບຫາການດູດຊັບນ...
ປັດໄຈທີ່ສົ່ງຜົນຕໍ່ບັນຫາໃນການຮຽນ-ການສອນ ວິຊາວິເຄາະຄະນິດກ່ຽວກັບບົດຮຽນລະບົບສົມຜົນ ແລະ ລະບົບອະສົມຜົນຂອງນັກຮຽນຊັ້ນມັດທະຍົມສົມບູນ ເມືອງໄຊຍະບູລີ ແຂວງໄຊຍະບູລີ
ປັດໄຈທີ່ສົ່ງຜົນຕໍ່ບັນຫາໃນການຮຽນ-ການສອນ ວິຊາວິເຄາະຄະນິດກ່ຽວກັບບົດຮຽນລະບົບສົມຜົນ ແລະ ລະບົບອະສົມຜົນຂອງນັກຮຽນຊັ້ນມັດທະຍົມສົມບູນ ເມືອງໄຊຍະບູລີ ແຂວງໄຊຍະບູລີ
ການຄົ້ນຄ້ວາຄັ້ງນີ້ ມີຈຸດປະສົງເພື່ອສຶກສາປັດໄຈທີ່ເປັນບັນຫາຕໍ່ການຮຽນ-ການສອນວິຊາ ວິເຄາະຄະນິດຊັ້ນ ມ.5 ພາກລະບົບສົມຜົນ ແລະ ລະບົບອະສົມຜົນ ທີ່ໂຮງຮຽນມັດທະຍົມສົມບູນ ໄຊຍະບູລີ, ສົກຮຽນ 20...
ການສົ່ງຜ່ານອັດຕາດອກເບ້ຍ ແລະ ປະສິດທິພາບຂອງນະໂຍບາຍເງິນຕາໃນ ສປປ ລາວ
ການສົ່ງຜ່ານອັດຕາດອກເບ້ຍ ແລະ ປະສິດທິພາບຂອງນະໂຍບາຍເງິນຕາໃນ ສປປ ລາວ
ການສຶກສານີ້ມີຈຸດປະສົງເພື່ອປະເມີນກົນໄກການສົ່ງຜ່ານນະໂຍບາຍເງິນຕາ ແລະ ປະສິດທິຜ່ານຂອງການໃຊ້ອັດຕາດອກເບ້ຍເປັນເຄື່ອງມືນະໂຍບາຍໃນ ສປປ ລາວ ພາຍໃຕ້ເງື່ອນໄຂເສດຖະກິດເປີດຂະໜາດນ້ອຍທີ່ມີຂໍ້ຈໍາກ...

