Search engine for discovering works of Art, research articles, and books related to Art and Culture
ShareThis
Javascript must be enabled to continue!

ປັດໄຈທີ່ສົ່ງຜົນຕໍ່ການເຕີບໂຕຂອງວິສາຫະກິດຂະໜາດກາງ ແລະ ຂະໜາດນ້ອຍ ພາຍໃນນະຄອນໄກສອນພົມວິຫານ ແຂວງ ສະຫວັນນະເຂດ

View through CrossRef
ການວິໄຈໃນຄັ້ງນີ້ເປັນການວິໄຈໃນຫົວຂໍ້ ປັດໄຈທີ່ສົ່ງຜົນຕໍ່ການເຕີບໂຕຂອງວິສາຫະກິດຂະໜາດກາງ ແລະ ຂະໜາດນ້ອຍ ພາຍໃນນະຄອນໄກສອນພົມວິຫານ ແຂວງສະຫວັນນະເຂດ ໂດຍ​ມີ​ວັດ​ຖຸ​ປະ​ສົງ​ຂອງ​ການສຶກສາ ​ເພື່ອສຶກສາສະພາບການດຳເນີນວິສາຫະກິດຂະໜາດກາງ ແລະ ວິສາຫະກິດຂະໜາດນ້ອຍ ແລະ ປັດໄຈທີ່ສົ່ງຜົນຕໍ່ການເຕີບໂຕຂອງວິສາຫະກິດຂະໜາດກາງ ແລະ ວິສາຫະກິດຂະໜາດນ້ອຍ, ເຄື່ອງ​ມື​ທີ່​ໃຊ້​ໃນ​ການ​ວິ​ໄຈ​ຄັ້ງ​ນີ້​ແມ່ນແບບສອບຖາມ ໂດຍການສໍາພາດ ແລະ ໄດ້​ເກັບ​ກຳ​ລວບ​ລວມ​ຂໍ້​ມູນ​ພາກ​ສະ​ໝາມ​ດ້ວຍ​ການ​ສຸ່ມ​ຕົວ​ຢ່າງແບບເຈາະຈົງ ຈຳນວນ 285 ຫົວໜ່ວຍ, ຊຶ່ງສຶກສາໃນຮູບແບບຄຸນນະພາບ ແລະ ປະລິມານ, ​ໂດຍນໍາສະຖິຕິພັນລະນາໃນການວິເຄາະຫາ ຄ່າສ່ວນຮ້ອຍ, ຄ່າສະເລ່ຍ, ຄ່າຜັນປ່ຽນມາດຕະຖານ, ຄ່າສໍາປະສິດຂອງການກະຈາຍ ແລະ ວິເຄາະການຖົດຖອຍພະຫຸຄູນ (Multiple Regression Analysis) ໂດຍການນໍາໃຊ້​ໂປຣ​ແກຣມ SPSS. ຜົນການວິໄຈ ພົບວ່າ ສະພາບດ້ານງົບປະມານໃນການດໍາເນີນທຸລະກິດຂອງວິສາຫະກິດ ແມ່ນຢູ່ໃນລະດັບກາງ ໂດຍລວມມີຄ່າສະເລ່ຍ, ຄ່າຜັນປ່ຽນມາດຕະຖານ ແລະ ຄ່າສໍາປະສິດຂອງການກະຈາຍ ເທົ່າກັບ ( =3.24; S.D = 0.72; CV= 22.50%) ແຫຼ່ງເງິນທຶນໃນການປະກອບທຸລະກິດ ແມ່ນສ່ວນໃຫ່ຍແມ່ນທຶນຕົນເອງ ແລະ ສ່ວນໃຫ່ຍເປັນວິສາຫະກິດຂະໜາດນ້ອຍ, ຮອງລົງມາແມ່ນດ້ານຄວາມອາດສາມາດໃນການບໍລິຫານຄຸ້ມຄອງທຸລະກິດ ແມ່ນຢູ່ໃນລະດັບກາງ ໂດຍລວມມີຄ່າສະເລ່ຍ, ຄ່າຜັນປ່ຽນມາດຕະຖານ ແລະ ຄ່າສໍາປະສິດຂອງການກະຈາຍ ເທົ່າກັບ ( =3.23; S.D = 0.67; CV= 20.87%), ຖັດມາແມ່ນດ້ານການຕະຫຼາດຂອງທຸລະກິດ ແມ່ນຢູ່ໃນລະດັບກາງ ໂດຍລວມມີຄ່າສະເລ່ຍ, ຄ່າຜັນປ່ຽນມາດຕະຖານ ແລະ ຄ່າສໍາປະສິດຂອງການກະຈາຍ ເທົ່າກັບ ( =3.15; S.D = 0.70; CV= 22.30%), ຕໍ່ມາແມ່ນທຸລະກິດມີການເຕີບໂຕຂຶ້ນຕໍ່ເນື່ອງ ແມ່ນຢູ່ໃນລະດັບກາງ ໂດຍລວມມີຄ່າສະເລ່ຍ, ຄ່າຜັນປ່ຽນມາດຕະຖານ ແລະ ຄ່າສໍາປະສິດຂອງການກະຈາຍ ເທົ່າກັບ ( =3.13; S.D = 0.82; CV= 26.21%) ສ່ວນດ້ານການຮັບຮູ້ເຕັກໂນໂລຊີນະວັດຕະກຳຂອງວິສາຫະກິດ ແມ່ນຢູ່ໃນລະດັບກາງ ໂດຍລວມມີຄ່າສະເລ່ຍ, ຄ່າຜັນປ່ຽນມາດຕະຖານ ແລະ ຄ່າສໍາປະສິດຂອງການກະຈາຍ ເທົ່າກັບ ( =3.11; S.D = 0.69; CV= 22.32%). ສຳລັບບັນດາປັດໄຈທີ່ສົ່ງຜົນຕໍ່ການເຕີບໂຕໃນ 5 ປັດໄຈທີ່ໄດ້ຄົ້ນຄວ້າ ພົບວ່າມີພຽງ 3 ປັດໄຈຄື: ປັດໄຈດ້ານການຕະຫຼາດຂອງທຸລະກິດ, ດ້ານຄວາມອາດສາມາດໃນການບໍລິຫານຄຸ້ມຄອງວິສາຫະກິດ ແລະ ດ້ານຄວາມຮັບຮູ້ທາງດ້ານການບໍລິຫານງົບປະມານ ສົ່ງຜົນໃນທິດທາງບວກຕໍ່ການເຕີບໂຕຂອງ SMEs ພາຍໃນ ນະຄອນໄກສອນພົມວິຫານ ແຂວງສະຫວັນນະເຂດ ໂດຍສົ່ງຜົນຕໍ່ການເຕີບໂຕຂອງທຸລະກິດກວມເອົາ 72.50 % ໂດຍທີ່ປັດໄຈທາງດ້ານການຕະຫຼາດຂອງທຸລະກິດ ສົ່ງຜົນຕໍ່ການເຕີບໂຕຂອງ SMEs ສູງທີ່ສຸດ, ຮອງລົງມາແມ່ນປັດໄຈທາງດ້ານຄວາມອາດສາມາດໃນການບໍລິຫານຄຸ້ມຄອງທຸລະກິດ ແລະ ສຸດທ້າຍແມ່ນປັດໄຈທາງດ້ານຄວາມຮັບຮູ້ທາງດ້ານການບໍລິຫານງົບປະມານ.    
Title: ປັດໄຈທີ່ສົ່ງຜົນຕໍ່ການເຕີບໂຕຂອງວິສາຫະກິດຂະໜາດກາງ ແລະ ຂະໜາດນ້ອຍ ພາຍໃນນະຄອນໄກສອນພົມວິຫານ ແຂວງ ສະຫວັນນະເຂດ
Description:
ການວິໄຈໃນຄັ້ງນີ້ເປັນການວິໄຈໃນຫົວຂໍ້ ປັດໄຈທີ່ສົ່ງຜົນຕໍ່ການເຕີບໂຕຂອງວິສາຫະກິດຂະໜາດກາງ ແລະ ຂະໜາດນ້ອຍ ພາຍໃນນະຄອນໄກສອນພົມວິຫານ ແຂວງສະຫວັນນະເຂດ ໂດຍ​ມີ​ວັດ​ຖຸ​ປະ​ສົງ​ຂອງ​ການສຶກສາ ​ເພື່ອສຶກສາສະພາບການດຳເນີນວິສາຫະກິດຂະໜາດກາງ ແລະ ວິສາຫະກິດຂະໜາດນ້ອຍ ແລະ ປັດໄຈທີ່ສົ່ງຜົນຕໍ່ການເຕີບໂຕຂອງວິສາຫະກິດຂະໜາດກາງ ແລະ ວິສາຫະກິດຂະໜາດນ້ອຍ, ເຄື່ອງ​ມື​ທີ່​ໃຊ້​ໃນ​ການ​ວິ​ໄຈ​ຄັ້ງ​ນີ້​ແມ່ນແບບສອບຖາມ ໂດຍການສໍາພາດ ແລະ ໄດ້​ເກັບ​ກຳ​ລວບ​ລວມ​ຂໍ້​ມູນ​ພາກ​ສະ​ໝາມ​ດ້ວຍ​ການ​ສຸ່ມ​ຕົວ​ຢ່າງແບບເຈາະຈົງ ຈຳນວນ 285 ຫົວໜ່ວຍ, ຊຶ່ງສຶກສາໃນຮູບແບບຄຸນນະພາບ ແລະ ປະລິມານ, ​ໂດຍນໍາສະຖິຕິພັນລະນາໃນການວິເຄາະຫາ ຄ່າສ່ວນຮ້ອຍ, ຄ່າສະເລ່ຍ, ຄ່າຜັນປ່ຽນມາດຕະຖານ, ຄ່າສໍາປະສິດຂອງການກະຈາຍ ແລະ ວິເຄາະການຖົດຖອຍພະຫຸຄູນ (Multiple Regression Analysis) ໂດຍການນໍາໃຊ້​ໂປຣ​ແກຣມ SPSS.
ຜົນການວິໄຈ ພົບວ່າ ສະພາບດ້ານງົບປະມານໃນການດໍາເນີນທຸລະກິດຂອງວິສາຫະກິດ ແມ່ນຢູ່ໃນລະດັບກາງ ໂດຍລວມມີຄ່າສະເລ່ຍ, ຄ່າຜັນປ່ຽນມາດຕະຖານ ແລະ ຄ່າສໍາປະສິດຂອງການກະຈາຍ ເທົ່າກັບ ( =3.
24; S.
D = 0.
72; CV= 22.
50%) ແຫຼ່ງເງິນທຶນໃນການປະກອບທຸລະກິດ ແມ່ນສ່ວນໃຫ່ຍແມ່ນທຶນຕົນເອງ ແລະ ສ່ວນໃຫ່ຍເປັນວິສາຫະກິດຂະໜາດນ້ອຍ, ຮອງລົງມາແມ່ນດ້ານຄວາມອາດສາມາດໃນການບໍລິຫານຄຸ້ມຄອງທຸລະກິດ ແມ່ນຢູ່ໃນລະດັບກາງ ໂດຍລວມມີຄ່າສະເລ່ຍ, ຄ່າຜັນປ່ຽນມາດຕະຖານ ແລະ ຄ່າສໍາປະສິດຂອງການກະຈາຍ ເທົ່າກັບ ( =3.
23; S.
D = 0.
67; CV= 20.
87%), ຖັດມາແມ່ນດ້ານການຕະຫຼາດຂອງທຸລະກິດ ແມ່ນຢູ່ໃນລະດັບກາງ ໂດຍລວມມີຄ່າສະເລ່ຍ, ຄ່າຜັນປ່ຽນມາດຕະຖານ ແລະ ຄ່າສໍາປະສິດຂອງການກະຈາຍ ເທົ່າກັບ ( =3.
15; S.
D = 0.
70; CV= 22.
30%), ຕໍ່ມາແມ່ນທຸລະກິດມີການເຕີບໂຕຂຶ້ນຕໍ່ເນື່ອງ ແມ່ນຢູ່ໃນລະດັບກາງ ໂດຍລວມມີຄ່າສະເລ່ຍ, ຄ່າຜັນປ່ຽນມາດຕະຖານ ແລະ ຄ່າສໍາປະສິດຂອງການກະຈາຍ ເທົ່າກັບ ( =3.
13; S.
D = 0.
82; CV= 26.
21%) ສ່ວນດ້ານການຮັບຮູ້ເຕັກໂນໂລຊີນະວັດຕະກຳຂອງວິສາຫະກິດ ແມ່ນຢູ່ໃນລະດັບກາງ ໂດຍລວມມີຄ່າສະເລ່ຍ, ຄ່າຜັນປ່ຽນມາດຕະຖານ ແລະ ຄ່າສໍາປະສິດຂອງການກະຈາຍ ເທົ່າກັບ ( =3.
11; S.
D = 0.
69; CV= 22.
32%).
ສຳລັບບັນດາປັດໄຈທີ່ສົ່ງຜົນຕໍ່ການເຕີບໂຕໃນ 5 ປັດໄຈທີ່ໄດ້ຄົ້ນຄວ້າ ພົບວ່າມີພຽງ 3 ປັດໄຈຄື: ປັດໄຈດ້ານການຕະຫຼາດຂອງທຸລະກິດ, ດ້ານຄວາມອາດສາມາດໃນການບໍລິຫານຄຸ້ມຄອງວິສາຫະກິດ ແລະ ດ້ານຄວາມຮັບຮູ້ທາງດ້ານການບໍລິຫານງົບປະມານ ສົ່ງຜົນໃນທິດທາງບວກຕໍ່ການເຕີບໂຕຂອງ SMEs ພາຍໃນ ນະຄອນໄກສອນພົມວິຫານ ແຂວງສະຫວັນນະເຂດ ໂດຍສົ່ງຜົນຕໍ່ການເຕີບໂຕຂອງທຸລະກິດກວມເອົາ 72.
50 % ໂດຍທີ່ປັດໄຈທາງດ້ານການຕະຫຼາດຂອງທຸລະກິດ ສົ່ງຜົນຕໍ່ການເຕີບໂຕຂອງ SMEs ສູງທີ່ສຸດ, ຮອງລົງມາແມ່ນປັດໄຈທາງດ້ານຄວາມອາດສາມາດໃນການບໍລິຫານຄຸ້ມຄອງທຸລະກິດ ແລະ ສຸດທ້າຍແມ່ນປັດໄຈທາງດ້ານຄວາມຮັບຮູ້ທາງດ້ານການບໍລິຫານງົບປະມານ.
   .

Related Results

ບັນຫາການນໍາໃຊ້ວິທີການກວດຄົ້ນ, ຍຶດ ແລະ ອາຍັດຊັບທີ່ໄດ້ມາຈາກການກະທໍາຜິດຕົ້ນໃນສະຖານການຜະລິດ ແລະ ຄ້າຂາຍຢາເສບຕິດ
ບັນຫາການນໍາໃຊ້ວິທີການກວດຄົ້ນ, ຍຶດ ແລະ ອາຍັດຊັບທີ່ໄດ້ມາຈາກການກະທໍາຜິດຕົ້ນໃນສະຖານການຜະລິດ ແລະ ຄ້າຂາຍຢາເສບຕິດ
ການສຶກສາຄົ້ນຄວ້າວິທະຍາສາດໃນຫົວຂໍ້: “ບັນຫາການນໍາໃຊ້ມາດຕະການກວດຄົ້ນ, ຍຶດ ແລະ ອາຍັດຊັບສິນທີ່ໄດ້ມາຈາກການກະທໍາຜິດຕົ້ນໃນສະຖານການຜະລິດ ແລະ ຄ້າຂາຍຢາເສບຕິດ” ມີຈຸດປະສົງສຶກສາເຖິງບັນດາເນື້ອໃນລ...
ການຈັດການສິ່ງແວດລ້ອມ ແລະ ພະລັງງານ ຂອງໂຮງແຮມ ພາຍໃນນະຄອນຫຼວງພະບາງ ແຂວງຫຼວງພະບາງ
ການຈັດການສິ່ງແວດລ້ອມ ແລະ ພະລັງງານ ຂອງໂຮງແຮມ ພາຍໃນນະຄອນຫຼວງພະບາງ ແຂວງຫຼວງພະບາງ
ການສິຶກສາເລື່ອງ ການຈັດການສິ່ງແວດລ້ອມ ແລະ ພະລັງງານ ຂອງໂຮງແຮມ ໃນນະຄອນ ຫຼວງພະບາງ ແຂວງ ຫຼວງພະບາງ ມີ 03 ຈຸດປະສົງ ຄື: (1) ສຶກສາກ່ຽວກັບການຈັດການສິ່ງແວດລ້ອມ ແລະ ພະລັງງານ, (2) ປັດໄຈທີ່ມີຜົນ...
ແນວທາງການບໍລິຫານວຽກງານສົ່ງເສີມອາຫານທ່ຽງໃນໂຮງຮຽນພາຍໃຕ້ການສະໜັບສະໜູນງົບປະມານຂອງລັດຖະບານ ເມືອງອຸທຸມພອນ ແຂວງສະຫວັນນະເຂດ
ແນວທາງການບໍລິຫານວຽກງານສົ່ງເສີມອາຫານທ່ຽງໃນໂຮງຮຽນພາຍໃຕ້ການສະໜັບສະໜູນງົບປະມານຂອງລັດຖະບານ ເມືອງອຸທຸມພອນ ແຂວງສະຫວັນນະເຂດ
ບົດຄັດຫຍໍ້          ການສຶກສາຄົ້ນຄວ້າໃນຄັ້ງນີ້ມີຈຸດປະສົງ 1) ເພື່ອສຶກສາສະພາບການໃນການຈັດຕັ້ງປະຕິບັດ ວຽກງານສົ່ງເສີມອາຫານທ່ຽງໃນໂຮງຮຽນ ພາຍໃຕ້ການສະໜັບສະໜູນງົບປະມານຂອງລັດຖະບານ ຢູ່ເມືອງອຸທຸ...
ສຶກສາຜົນຕອບແທນທາງດ້ານເສດຖະກິດໃນການລ້ຽງງົວທອມດ້ວຍວິທີການທີ່ແຕກຕ່າງກັນຂອງ ກຸ່ມລ້ຽງງົວຢູ່ເມືອງໂພນໄຊ ແລະ ເມືອງພູຄູນ ແຂວງຫຼວງພະບາງ
ສຶກສາຜົນຕອບແທນທາງດ້ານເສດຖະກິດໃນການລ້ຽງງົວທອມດ້ວຍວິທີການທີ່ແຕກຕ່າງກັນຂອງ ກຸ່ມລ້ຽງງົວຢູ່ເມືອງໂພນໄຊ ແລະ ເມືອງພູຄູນ ແຂວງຫຼວງພະບາງ
ບົດຄັດຫຍໍ້: ການສຶກສາຜົນຕອບແທນທາງດ້ານເສດຖະກິດໃນການລ້ຽງງົວທອມດ້ວຍວິທີການທີ່ແຕກຕ່າງກັນຂອງກຸ່ມລ້ຽງງົວຢູ່ເມືອງໂພນໄຊ ແລະ ເມືອງພູຄູນແຂວງຫຼວງພະບາງຄັ້ງນີ້ມີຈຸດປະສົງເພື່ອ 1) ເພື່ອສຶກສາສະພາບກ...
ປະເມີນລະດັບການໃຊ້ຄວາມຮ້ອນ ແລະ ແຮງອັດ ທີ່ມີຜົນຕໍ່ກັບການປ່ຽນແປງທາງດ້ານຄວາມໜາແໜ້ນຂອງໄມ້ຢາງພາລາ
ປະເມີນລະດັບການໃຊ້ຄວາມຮ້ອນ ແລະ ແຮງອັດ ທີ່ມີຜົນຕໍ່ກັບການປ່ຽນແປງທາງດ້ານຄວາມໜາແໜ້ນຂອງໄມ້ຢາງພາລາ
ການສຶກສາຄັ້ງນີ້ມີຈຸດປະສົງເພື່ອ 1). ທົດສອບຊອກຫາເງື່ອນໄຂ ຂອງການອັດແໜ້ນທີ່ເໝາະສົມ (ຄວາມຮ້ອນ, ແຮງອັດ ແລະ ເວລາ) ໃນການປ່ຽນແປງຄວາມໜາແໜ້ນ (Density) ຂອງໄມ້ຢາງພາລາ ແລະ 2). ທົດສອບຫາການດູດຊັບນ...
ສຶກສາບັນຫາການແກ້ບົດເຝິກຫັດ ວິຊາວິເຄາະຄະນິດ ກ່ຽວກັບ ສົມຜົນ ແລະ ອະສົມຜົນທີ່ໂຮງຮຽນມັດທະຍົມສົມບູນ ເມືອງນານ ແຂວງຫຼວງພະບາງ
ສຶກສາບັນຫາການແກ້ບົດເຝິກຫັດ ວິຊາວິເຄາະຄະນິດ ກ່ຽວກັບ ສົມຜົນ ແລະ ອະສົມຜົນທີ່ໂຮງຮຽນມັດທະຍົມສົມບູນ ເມືອງນານ ແຂວງຫຼວງພະບາງ
ການ​ຄົ້ນ​ຄ້ວາ​ຄັ້ງ​ນີ້​ ມີ​ຈຸດປະສົງ​ເພື່ອສຶກສາບັນຫາການຮຽນ ຕໍ່ກັບການແກ້ບົດເຝິກຫັດ ວິຊາວິເຄາະຄະນິດ ກ່ຽວກັບ ສົມຜົນ ແລະ ອະສົມຜົນ ຂອງນັກຮຽນຊັ້ນ ມ.5 ທີ່ໂຮງຮຽນມັດທະຍົມສົມບູນ ເມືອງນານ ສົກຮ...
ການສົ່ງຜ່ານອັດຕາດອກເບ້ຍ ແລະ ປະສິດທິພາບຂອງນະໂຍບາຍເງິນຕາໃນ ສປປ ລາວ
ການສົ່ງຜ່ານອັດຕາດອກເບ້ຍ ແລະ ປະສິດທິພາບຂອງນະໂຍບາຍເງິນຕາໃນ ສປປ ລາວ
     ການສຶກສານີ້ມີຈຸດປະສົງເພື່ອປະເມີນກົນໄກການສົ່ງຜ່ານນະໂຍບາຍເງິນຕາ ແລະ ປະສິດທິຜ່ານຂອງການໃຊ້ອັດຕາດອກເບ້ຍເປັນເຄື່ອງມືນະໂຍບາຍໃນ ສປປ ລາວ ພາຍໃຕ້ເງື່ອນໄຂເສດຖະກິດເປີດຂະໜາດນ້ອຍທີ່ມີຂໍ້ຈໍາກ...

Back to Top