Javascript must be enabled to continue!
ປະເມີນລະດັບການໃຊ້ຄວາມຮ້ອນ ແລະ ແຮງອັດ ທີ່ມີຜົນຕໍ່ກັບການປ່ຽນແປງທາງດ້ານຄວາມໜາແໜ້ນຂອງໄມ້ຢາງພາລາ
View through CrossRef
ການສຶກສາຄັ້ງນີ້ມີຈຸດປະສົງເພື່ອ 1). ທົດສອບຊອກຫາເງື່ອນໄຂ ຂອງການອັດແໜ້ນທີ່ເໝາະສົມ (ຄວາມຮ້ອນ, ແຮງອັດ ແລະ ເວລາ) ໃນການປ່ຽນແປງຄວາມໜາແໜ້ນ (Density) ຂອງໄມ້ຢາງພາລາ ແລະ 2). ທົດສອບຫາການດູດຊັບນ້ຳ ແລະ ການພ່ອງຕົວຂອງຜະລິດຕະພັນໄມ້ອັດແໜ້ນທີ່ໃຊ້ເງື່ອນໄຂການອັດແໜ້ນແຕກຕ່າງກັນ. ການທົດລອງຄັ້ງນີ້ໃຊ້ໄມ້ຢາງພາຣາ ຈຳນວນ 3 ຕົ້ນເຂົ້າໃນການກະກຽມໄມ້ຕົວຢ່າງ ແລະ ໄດ້ເລື່ອຍໄມ້ຕົວຢ່າງອອກເປັນ 3 ຂະໜາດສຳລັບການທົດສອບ ເຊັ່ນ ຂະໜາດ 20x50x400 ມມ, 30x50x400 ມມ ແລະ 50x50x490 ມມ ແລະ ໃຊ້ວິທີການອັດແໜ້ນກັບ 8 ເງື່ອນໄຂທີ່ແຕກຕ່າງກັນ. ຈາກນັ້ນແມ່ນທຳການທົດສອບອັດຕາການດູດຊັບນ້ຳ ແລະ ການພ່ອງຕົວດ້ວຍການແຊ່ໃນນ້ຳເປັນເວລາ 2 ແລະ 24ຊົ່ວໂມງ.ຜົນການທົດສອບພົບວ່າໄມ້ຢາງພາລາມີຄວາມຊຸ່ມບໍ່ແຕກຕ່າງກັນທີ່ລະດັບໃນສຳຄັນທາງສະຖິຕິ 0.05 ແລະ ຜົນການທົດສອບກ່ຽວກັບຄຸນສົມບັດດ້ານຄວາມໜາແໜ້ນພົບວ່າໄມ້ແຕ່ລະຕົ້ນມີຄວາມໜາແໜ້ນແຕກຕ່າງກັນ. ການປ່ຽນແປງດ້ານຂະໜາດຈາກການອົບແຫ້ງພົບວ່າໄມ້ຢາງພາລາມີການປ່ຽນແປງໃນດ້ານສຳພັດຫຼາຍກວ່າໝູ່ ແລະ ປ່ຽນແປງໜ້ອຍທີ່ສຸດແມ່ນດ້ານຄວາມຍາວ.
ການທົດສອບພົບວ່າເງື່ອນໄຂທີ່ 2 ສາມາດອັດໄມ້ໃຫ້ຍຸບໂຕລົງໄດ້ຫຼາຍທີ່ສຸດ, ຮອງລົງມາແມ່ນເງື່ອນໄຂທີ 3 ແລະ ເງື່ອນໄຂທີ່ອັດໄມ້ຍຸບໂຕໄດ້ໜ້ອຍທີ່ສຸດແມ່ນ ເງື່ອນໄຂທີ່ 8. ການທົດລອງຍັງພົບໄດ້ວ່າໄມ້ທີ່ຜ່ານການອັດໜີບຈະມີຄວາມໜາແໜ້ນສູງກວ່າໄມ້ທີ່ບໍ່ໄດ້ອັດ. ການພ່ອງຕົວ ແລະ ອັດຕາການດູດຊັບນ້ຳກັບໄມ້ທີ່ຜ່ານການອັດແໜ້ນ ແລະ ບໍ່ອັດແໜ້ນທີ່ແຊ່ໃນນ້ຳ 2 ຊົ່ວໂມງມີອັດຕາການພ່ອງຕົວແຕກຕ່າງກັນທີ່ລະດັບໃນສຳຄັນທາງສະຖິຕິ 0.05 ໃນຂະນະດຽວກັນການປ່ຽນແປງດ້ານຄວາມຍາວຂອງໄມ້ຕົວຢາງທີ່ແຊ່ໃນນໍ້າ 24 ຊົ່ວໂມງ ມີອັດຕາການພ່ອງຕົວດ້ານຄວາມຍາວບໍ່ແຕກຕ່າງກັນທີ່ລະດັບໃນສຳຄັນທາງສະຖິຕິ 0.05.ຜົນການວິເຄາະຍັງຊີ້ໃຫ້ເຫັນວ່າໄມ້ທີ່ຜ່ານການອັດແໜ້ນ ຈະມີອັດຕາການປ່ຽນແປງດ້ານສຳພັດໄປໃນທາງລົບ (ຂະໜາດລົດລົງ) ໃນຂະນະດຽວກັນໄມ້ທີ່ບໍ່ໄດ້ອັດແໜ້ນມີການປ່ຽນແປງດ້ານສໍາພັດພ່ອງຕົວຂື້ນ. ສຳລັບອັດຕາການດູດຊັບນ້ຳ ເຫັນວ່າໄມ້ທີ່ອັດແໜ້ນຈະມີຄວາມສາມາດໃນການດູດຊັບນ້ຳໄດ້ດີກວ່າໄມ້ທີ່ບໍ່ອັດແໜ້ນໂດຍມວນສານ. ຜົນການວິເຄາະຍັງສະແດງໃຫ້ເຫັນວ່າ ການອັດແໜ້ນມີຜົນຕໍ່ຄຸນນະພາບ ແລະ ຄຸນສົມບັດຂອງໄມ້ຢາງພາຮາຢ່າງແທ້ຈິງ.
National University of Laos, Center for Scientific Journal Promotion
Title: ປະເມີນລະດັບການໃຊ້ຄວາມຮ້ອນ ແລະ ແຮງອັດ ທີ່ມີຜົນຕໍ່ກັບການປ່ຽນແປງທາງດ້ານຄວາມໜາແໜ້ນຂອງໄມ້ຢາງພາລາ
Description:
ການສຶກສາຄັ້ງນີ້ມີຈຸດປະສົງເພື່ອ 1).
ທົດສອບຊອກຫາເງື່ອນໄຂ ຂອງການອັດແໜ້ນທີ່ເໝາະສົມ (ຄວາມຮ້ອນ, ແຮງອັດ ແລະ ເວລາ) ໃນການປ່ຽນແປງຄວາມໜາແໜ້ນ (Density) ຂອງໄມ້ຢາງພາລາ ແລະ 2).
ທົດສອບຫາການດູດຊັບນ້ຳ ແລະ ການພ່ອງຕົວຂອງຜະລິດຕະພັນໄມ້ອັດແໜ້ນທີ່ໃຊ້ເງື່ອນໄຂການອັດແໜ້ນແຕກຕ່າງກັນ.
ການທົດລອງຄັ້ງນີ້ໃຊ້ໄມ້ຢາງພາຣາ ຈຳນວນ 3 ຕົ້ນເຂົ້າໃນການກະກຽມໄມ້ຕົວຢ່າງ ແລະ ໄດ້ເລື່ອຍໄມ້ຕົວຢ່າງອອກເປັນ 3 ຂະໜາດສຳລັບການທົດສອບ ເຊັ່ນ ຂະໜາດ 20x50x400 ມມ, 30x50x400 ມມ ແລະ 50x50x490 ມມ ແລະ ໃຊ້ວິທີການອັດແໜ້ນກັບ 8 ເງື່ອນໄຂທີ່ແຕກຕ່າງກັນ.
ຈາກນັ້ນແມ່ນທຳການທົດສອບອັດຕາການດູດຊັບນ້ຳ ແລະ ການພ່ອງຕົວດ້ວຍການແຊ່ໃນນ້ຳເປັນເວລາ 2 ແລະ 24ຊົ່ວໂມງ.
ຜົນການທົດສອບພົບວ່າໄມ້ຢາງພາລາມີຄວາມຊຸ່ມບໍ່ແຕກຕ່າງກັນທີ່ລະດັບໃນສຳຄັນທາງສະຖິຕິ 0.
05 ແລະ ຜົນການທົດສອບກ່ຽວກັບຄຸນສົມບັດດ້ານຄວາມໜາແໜ້ນພົບວ່າໄມ້ແຕ່ລະຕົ້ນມີຄວາມໜາແໜ້ນແຕກຕ່າງກັນ.
ການປ່ຽນແປງດ້ານຂະໜາດຈາກການອົບແຫ້ງພົບວ່າໄມ້ຢາງພາລາມີການປ່ຽນແປງໃນດ້ານສຳພັດຫຼາຍກວ່າໝູ່ ແລະ ປ່ຽນແປງໜ້ອຍທີ່ສຸດແມ່ນດ້ານຄວາມຍາວ.
ການທົດສອບພົບວ່າເງື່ອນໄຂທີ່ 2 ສາມາດອັດໄມ້ໃຫ້ຍຸບໂຕລົງໄດ້ຫຼາຍທີ່ສຸດ, ຮອງລົງມາແມ່ນເງື່ອນໄຂທີ 3 ແລະ ເງື່ອນໄຂທີ່ອັດໄມ້ຍຸບໂຕໄດ້ໜ້ອຍທີ່ສຸດແມ່ນ ເງື່ອນໄຂທີ່ 8.
ການທົດລອງຍັງພົບໄດ້ວ່າໄມ້ທີ່ຜ່ານການອັດໜີບຈະມີຄວາມໜາແໜ້ນສູງກວ່າໄມ້ທີ່ບໍ່ໄດ້ອັດ.
ການພ່ອງຕົວ ແລະ ອັດຕາການດູດຊັບນ້ຳກັບໄມ້ທີ່ຜ່ານການອັດແໜ້ນ ແລະ ບໍ່ອັດແໜ້ນທີ່ແຊ່ໃນນ້ຳ 2 ຊົ່ວໂມງມີອັດຕາການພ່ອງຕົວແຕກຕ່າງກັນທີ່ລະດັບໃນສຳຄັນທາງສະຖິຕິ 0.
05 ໃນຂະນະດຽວກັນການປ່ຽນແປງດ້ານຄວາມຍາວຂອງໄມ້ຕົວຢາງທີ່ແຊ່ໃນນໍ້າ 24 ຊົ່ວໂມງ ມີອັດຕາການພ່ອງຕົວດ້ານຄວາມຍາວບໍ່ແຕກຕ່າງກັນທີ່ລະດັບໃນສຳຄັນທາງສະຖິຕິ 0.
05.
ຜົນການວິເຄາະຍັງຊີ້ໃຫ້ເຫັນວ່າໄມ້ທີ່ຜ່ານການອັດແໜ້ນ ຈະມີອັດຕາການປ່ຽນແປງດ້ານສຳພັດໄປໃນທາງລົບ (ຂະໜາດລົດລົງ) ໃນຂະນະດຽວກັນໄມ້ທີ່ບໍ່ໄດ້ອັດແໜ້ນມີການປ່ຽນແປງດ້ານສໍາພັດພ່ອງຕົວຂື້ນ.
ສຳລັບອັດຕາການດູດຊັບນ້ຳ ເຫັນວ່າໄມ້ທີ່ອັດແໜ້ນຈະມີຄວາມສາມາດໃນການດູດຊັບນ້ຳໄດ້ດີກວ່າໄມ້ທີ່ບໍ່ອັດແໜ້ນໂດຍມວນສານ.
ຜົນການວິເຄາະຍັງສະແດງໃຫ້ເຫັນວ່າ ການອັດແໜ້ນມີຜົນຕໍ່ຄຸນນະພາບ ແລະ ຄຸນສົມບັດຂອງໄມ້ຢາງພາຮາຢ່າງແທ້ຈິງ.
Related Results
ບັນຫາການນໍາໃຊ້ວິທີການກວດຄົ້ນ, ຍຶດ ແລະ ອາຍັດຊັບທີ່ໄດ້ມາຈາກການກະທໍາຜິດຕົ້ນໃນສະຖານການຜະລິດ ແລະ ຄ້າຂາຍຢາເສບຕິດ
ບັນຫາການນໍາໃຊ້ວິທີການກວດຄົ້ນ, ຍຶດ ແລະ ອາຍັດຊັບທີ່ໄດ້ມາຈາກການກະທໍາຜິດຕົ້ນໃນສະຖານການຜະລິດ ແລະ ຄ້າຂາຍຢາເສບຕິດ
ການສຶກສາຄົ້ນຄວ້າວິທະຍາສາດໃນຫົວຂໍ້: “ບັນຫາການນໍາໃຊ້ມາດຕະການກວດຄົ້ນ, ຍຶດ ແລະ ອາຍັດຊັບສິນທີ່ໄດ້ມາຈາກການກະທໍາຜິດຕົ້ນໃນສະຖານການຜະລິດ ແລະ ຄ້າຂາຍຢາເສບຕິດ” ມີຈຸດປະສົງສຶກສາເຖິງບັນດາເນື້ອໃນລ...
ແນວທາງການບໍລິຫານວຽກງານສົ່ງເສີມອາຫານທ່ຽງໃນໂຮງຮຽນພາຍໃຕ້ການສະໜັບສະໜູນງົບປະມານຂອງລັດຖະບານ ເມືອງອຸທຸມພອນ ແຂວງສະຫວັນນະເຂດ
ແນວທາງການບໍລິຫານວຽກງານສົ່ງເສີມອາຫານທ່ຽງໃນໂຮງຮຽນພາຍໃຕ້ການສະໜັບສະໜູນງົບປະມານຂອງລັດຖະບານ ເມືອງອຸທຸມພອນ ແຂວງສະຫວັນນະເຂດ
ບົດຄັດຫຍໍ້
ການສຶກສາຄົ້ນຄວ້າໃນຄັ້ງນີ້ມີຈຸດປະສົງ 1) ເພື່ອສຶກສາສະພາບການໃນການຈັດຕັ້ງປະຕິບັດ ວຽກງານສົ່ງເສີມອາຫານທ່ຽງໃນໂຮງຮຽນ ພາຍໃຕ້ການສະໜັບສະໜູນງົບປະມານຂອງລັດຖະບານ ຢູ່ເມືອງອຸທຸ...
ການຈັດການສິ່ງແວດລ້ອມ ແລະ ພະລັງງານ ຂອງໂຮງແຮມ ພາຍໃນນະຄອນຫຼວງພະບາງ ແຂວງຫຼວງພະບາງ
ການຈັດການສິ່ງແວດລ້ອມ ແລະ ພະລັງງານ ຂອງໂຮງແຮມ ພາຍໃນນະຄອນຫຼວງພະບາງ ແຂວງຫຼວງພະບາງ
ການສິຶກສາເລື່ອງ ການຈັດການສິ່ງແວດລ້ອມ ແລະ ພະລັງງານ ຂອງໂຮງແຮມ ໃນນະຄອນ ຫຼວງພະບາງ ແຂວງ ຫຼວງພະບາງ ມີ 03 ຈຸດປະສົງ ຄື: (1) ສຶກສາກ່ຽວກັບການຈັດການສິ່ງແວດລ້ອມ ແລະ ພະລັງງານ, (2) ປັດໄຈທີ່ມີຜົນ...
ສຶກສາຜົນຕອບແທນທາງດ້ານເສດຖະກິດໃນການລ້ຽງງົວທອມດ້ວຍວິທີການທີ່ແຕກຕ່າງກັນຂອງ ກຸ່ມລ້ຽງງົວຢູ່ເມືອງໂພນໄຊ ແລະ ເມືອງພູຄູນ ແຂວງຫຼວງພະບາງ
ສຶກສາຜົນຕອບແທນທາງດ້ານເສດຖະກິດໃນການລ້ຽງງົວທອມດ້ວຍວິທີການທີ່ແຕກຕ່າງກັນຂອງ ກຸ່ມລ້ຽງງົວຢູ່ເມືອງໂພນໄຊ ແລະ ເມືອງພູຄູນ ແຂວງຫຼວງພະບາງ
ບົດຄັດຫຍໍ້: ການສຶກສາຜົນຕອບແທນທາງດ້ານເສດຖະກິດໃນການລ້ຽງງົວທອມດ້ວຍວິທີການທີ່ແຕກຕ່າງກັນຂອງກຸ່ມລ້ຽງງົວຢູ່ເມືອງໂພນໄຊ ແລະ ເມືອງພູຄູນແຂວງຫຼວງພະບາງຄັ້ງນີ້ມີຈຸດປະສົງເພື່ອ 1) ເພື່ອສຶກສາສະພາບກ...
ປັດໄຈທີ່ສົ່ງຜົນຕໍ່ການເຕີບໂຕຂອງວິສາຫະກິດຂະໜາດກາງ ແລະ ຂະໜາດນ້ອຍ ພາຍໃນນະຄອນໄກສອນພົມວິຫານ ແຂວງ ສະຫວັນນະເຂດ
ປັດໄຈທີ່ສົ່ງຜົນຕໍ່ການເຕີບໂຕຂອງວິສາຫະກິດຂະໜາດກາງ ແລະ ຂະໜາດນ້ອຍ ພາຍໃນນະຄອນໄກສອນພົມວິຫານ ແຂວງ ສະຫວັນນະເຂດ
ການວິໄຈໃນຄັ້ງນີ້ເປັນການວິໄຈໃນຫົວຂໍ້ ປັດໄຈທີ່ສົ່ງຜົນຕໍ່ການເຕີບໂຕຂອງວິສາຫະກິດຂະໜາດກາງ ແລະ ຂະໜາດນ້ອຍ ພາຍໃນນະຄອນໄກສອນພົມວິຫານ ແຂວງສະຫວັນນະເຂດ ໂດຍມີວັດຖຸປະສົງຂອງການສຶກສາ ເພື່ອສຶ...
ສຶກສາບັນຫາການແກ້ບົດເຝິກຫັດ ວິຊາວິເຄາະຄະນິດ ກ່ຽວກັບ ສົມຜົນ ແລະ ອະສົມຜົນທີ່ໂຮງຮຽນມັດທະຍົມສົມບູນ ເມືອງນານ ແຂວງຫຼວງພະບາງ
ສຶກສາບັນຫາການແກ້ບົດເຝິກຫັດ ວິຊາວິເຄາະຄະນິດ ກ່ຽວກັບ ສົມຜົນ ແລະ ອະສົມຜົນທີ່ໂຮງຮຽນມັດທະຍົມສົມບູນ ເມືອງນານ ແຂວງຫຼວງພະບາງ
ການຄົ້ນຄ້ວາຄັ້ງນີ້ ມີຈຸດປະສົງເພື່ອສຶກສາບັນຫາການຮຽນ ຕໍ່ກັບການແກ້ບົດເຝິກຫັດ ວິຊາວິເຄາະຄະນິດ ກ່ຽວກັບ ສົມຜົນ ແລະ ອະສົມຜົນ ຂອງນັກຮຽນຊັ້ນ ມ.5 ທີ່ໂຮງຮຽນມັດທະຍົມສົມບູນ ເມືອງນານ ສົກຮ...
ປັດໄຈທີ່ສົ່ງຜົນຕໍ່ບັນຫາໃນການຮຽນ-ການສອນ ວິຊາວິເຄາະຄະນິດກ່ຽວກັບບົດຮຽນລະບົບສົມຜົນ ແລະ ລະບົບອະສົມຜົນຂອງນັກຮຽນຊັ້ນມັດທະຍົມສົມບູນ ເມືອງໄຊຍະບູລີ ແຂວງໄຊຍະບູລີ
ປັດໄຈທີ່ສົ່ງຜົນຕໍ່ບັນຫາໃນການຮຽນ-ການສອນ ວິຊາວິເຄາະຄະນິດກ່ຽວກັບບົດຮຽນລະບົບສົມຜົນ ແລະ ລະບົບອະສົມຜົນຂອງນັກຮຽນຊັ້ນມັດທະຍົມສົມບູນ ເມືອງໄຊຍະບູລີ ແຂວງໄຊຍະບູລີ
ການຄົ້ນຄ້ວາຄັ້ງນີ້ ມີຈຸດປະສົງເພື່ອສຶກສາປັດໄຈທີ່ເປັນບັນຫາຕໍ່ການຮຽນ-ການສອນວິຊາ ວິເຄາະຄະນິດຊັ້ນ ມ.5 ພາກລະບົບສົມຜົນ ແລະ ລະບົບອະສົມຜົນ ທີ່ໂຮງຮຽນມັດທະຍົມສົມບູນ ໄຊຍະບູລີ, ສົກຮຽນ 20...
ການສົ່ງຜ່ານອັດຕາດອກເບ້ຍ ແລະ ປະສິດທິພາບຂອງນະໂຍບາຍເງິນຕາໃນ ສປປ ລາວ
ການສົ່ງຜ່ານອັດຕາດອກເບ້ຍ ແລະ ປະສິດທິພາບຂອງນະໂຍບາຍເງິນຕາໃນ ສປປ ລາວ
ການສຶກສານີ້ມີຈຸດປະສົງເພື່ອປະເມີນກົນໄກການສົ່ງຜ່ານນະໂຍບາຍເງິນຕາ ແລະ ປະສິດທິຜ່ານຂອງການໃຊ້ອັດຕາດອກເບ້ຍເປັນເຄື່ອງມືນະໂຍບາຍໃນ ສປປ ລາວ ພາຍໃຕ້ເງື່ອນໄຂເສດຖະກິດເປີດຂະໜາດນ້ອຍທີ່ມີຂໍ້ຈໍາກ...

