Javascript must be enabled to continue!
ການສົ່ງຜ່ານອັດຕາດອກເບ້ຍ ແລະ ປະສິດທິພາບຂອງນະໂຍບາຍເງິນຕາໃນ ສປປ ລາວ
View through CrossRef
ການສຶກສານີ້ມີຈຸດປະສົງເພື່ອປະເມີນກົນໄກການສົ່ງຜ່ານນະໂຍບາຍເງິນຕາ ແລະ ປະສິດທິຜ່ານຂອງການໃຊ້ອັດຕາດອກເບ້ຍເປັນເຄື່ອງມືນະໂຍບາຍໃນ ສປປ ລາວ ພາຍໃຕ້ເງື່ອນໄຂເສດຖະກິດເປີດຂະໜາດນ້ອຍທີ່ມີຂໍ້ຈໍາກັດທາງໂຄງສ້າງຂອງລະບົບການເງິນ ແລະ ພາວະໂດລາໄລເຊຊັນ ທີ່ເນັ້ນປຽບທຽບຄວາມສໍາພັນລະຫວ່າງຊ່ອງທາງອັດຕາດອກເບ້ຍ ແລະ ຊ່ອງທາງອັດຕາແລກປ່ຽນຕໍ່ການເຄື່ອນໄຫວຂອງເງິນເຟີ້ ແລະ ກິດຈະກໍາທາງເສດຖະກິດຈິງ ໂດຍໃຊ້ຂໍ້ມູນລາຍໄຕມາດຊ່ວງປີ 2005-2024 ແລະ ໃຊ້ແບບຈໍາລອງ SVAR ເພື່ອລະບຸຊ໋ອກນະໂຍບາຍເງິນຕາຢ່າງເປັນລະບົບ ພ້ອມວິເຄາະຟັງຊັນການຕອບສະໜອງຕໍ່ແຮງກະທົບ (IRFs) ແລະ ການສະລາຍຄວາມແປປວນຂອງຄວາມຄາດເຄື່ອນໃນການພະຍາກອນ (FEVD).
ຜົນການສຶກສາພົບວ່າການສົ່ງຜ່ານຈາກອັດຕາດອກເບ້ຍນະໂຍບາຍໄປສູ່ອັດຕາດອກເບ້ຍເງິນກູ້ມີລັກສະນະບໍ່ສົມບູນ ແລະ ເກີດຂຶ້ນດ້ວຍຄວ່າລ່າຊ້າປະມານ 1-2 ໄຕມາດ; ເຖິງວ່າແຮງກະທົບຈາກອັດຕາດອກເບ້ຍເງິນກູ້ຈະເຮັດໃຫ້ຜົນຜະລິດມວນລວມພາຍໃນປະເທດທີ່ແທ້ຈິງຫຼຸດລົງຢ່າງມີຄວາມໝາຍສໍາຄັນທາງສະຖິຕິໃນໄລຍະສັ້ນ ແຕ່ຜົນຂອງການຊ໋ອກນະໂຍບາຍເງິນຕາແບບຫັດກຸມຕໍ່ເງິນເຟີ້ ມີຂະໜາດຈໍາກັດ ໂດຍ FEVD ສະແດງໃຫ້ເຫັນວ່າອັດຕາດອກເບ້ຍນະໂຍບາຍອະທິບາຍການຜັນຜວນຂອງເງິນເຟີ້ໄດ້ພຽງປະມານ 7-11% ຕະຫຼອດຊ່ວງເວລາ 20 ໄຕມາດ. ໃນທາງກົງກັນ ຂ້າມ ຊ່ອງທາງອັດຕາແລກປ່ຽນມີບົດບາດໂດດເດັ່ນກວ່າຢ່າງຊັດເຈນ ໂດຍແຮງກະທົບຈາກອັດຕາແລກປ່ຽນສາມາດອະທິບາຍຄວາມຜັນຜວນຂອງເງິນເຟີ້ໄດ້ປະມານ 35% ໃນໄຕມາດທີ 5 ເພີ່ມຂຶ້ນເປນ 57% ໃນໄຕມາດທີ 10 ແລະ ສູງເຖິງ 66-69% ໃນໄລຍະຍາວ ເຊິ່ງສະທ້ອນລະດັບການສົ່ງຜ່ານອັດຕາແລກປ່ຽນທີ່ສູງໃນລະບົບເສດຖະກິດລາວ. ນອກນີ້ຄວາມຜົນຜວນຂອງອັດຕາແລກປ່ຽນຍັງຖືກກໍານົດໂດຍແຮງກະທົບຈາກຕົວເອງຫຼາຍກວ່າ 84-90% ໃນທຸກຊ່ວງເວລາ ເຊິ່ງສະແດງເຖິງຄວາມອ່ອນໄຫວຕໍ່ປັດໄຈພາຍນອກ.
ສະຫຼຸບແລ້ວ ຜົນການສຶກສາຊີ້ໃຫ້ເຫັນວ່າກົນໄກການສົ່ງຜ່ານນະໂຍບາຍເງິນຕາຂອງລາວ ມີລັກສະນະ ຊ່ອງທາງອັດຕາແລກປ່ຽນເປັນກົນໄກຫຼັກ (exchange-rate dominant) ກໍ່ຄືຊ່ອງທາງອັດຕາແລກປ່ຽນມີບົດບາດເໜືອກວ່າຊ່ອງອັດຕາດອກເບ້ຍໃນການກໍານົດການເຄື່ອນໄຫວຂອງເງິນເຟີ້; ຂໍ້ຄົ້ນພົບດັ່ງກ່າວສະທ້ອນຂໍ້ຈໍາກັດດ້ານໂຄງສ້າງຂອງການດໍາເນີນນະໂຍບາຍອັດຕາດອກເບ້ຍໃນເສດຖະກິດເປີດຂະໜາດນ້ອຍ ແລະ ຍົກໃຫ້ເຫັນວ່າການເສີມສ້າງສະ ຖຽນລະພາບອັດຕາແລກປ່ຽນຄວບຄູ່ກັບການພັດທະນາຕະຫຼາດການເງິນພາຍໃນປະເທດເປັນເງື່ອນໄຂສໍາຄັນໃນການຍົກລະດັບປະສິດທິພາບຂອງນະໂຍບາຍເງິນຕາໃນໄລຍະຍາວ.
National University of Laos, Center for Scientific Journal Promotion
Title: ການສົ່ງຜ່ານອັດຕາດອກເບ້ຍ ແລະ ປະສິດທິພາບຂອງນະໂຍບາຍເງິນຕາໃນ ສປປ ລາວ
Description:
ການສຶກສານີ້ມີຈຸດປະສົງເພື່ອປະເມີນກົນໄກການສົ່ງຜ່ານນະໂຍບາຍເງິນຕາ ແລະ ປະສິດທິຜ່ານຂອງການໃຊ້ອັດຕາດອກເບ້ຍເປັນເຄື່ອງມືນະໂຍບາຍໃນ ສປປ ລາວ ພາຍໃຕ້ເງື່ອນໄຂເສດຖະກິດເປີດຂະໜາດນ້ອຍທີ່ມີຂໍ້ຈໍາກັດທາງໂຄງສ້າງຂອງລະບົບການເງິນ ແລະ ພາວະໂດລາໄລເຊຊັນ ທີ່ເນັ້ນປຽບທຽບຄວາມສໍາພັນລະຫວ່າງຊ່ອງທາງອັດຕາດອກເບ້ຍ ແລະ ຊ່ອງທາງອັດຕາແລກປ່ຽນຕໍ່ການເຄື່ອນໄຫວຂອງເງິນເຟີ້ ແລະ ກິດຈະກໍາທາງເສດຖະກິດຈິງ ໂດຍໃຊ້ຂໍ້ມູນລາຍໄຕມາດຊ່ວງປີ 2005-2024 ແລະ ໃຊ້ແບບຈໍາລອງ SVAR ເພື່ອລະບຸຊ໋ອກນະໂຍບາຍເງິນຕາຢ່າງເປັນລະບົບ ພ້ອມວິເຄາະຟັງຊັນການຕອບສະໜອງຕໍ່ແຮງກະທົບ (IRFs) ແລະ ການສະລາຍຄວາມແປປວນຂອງຄວາມຄາດເຄື່ອນໃນການພະຍາກອນ (FEVD).
ຜົນການສຶກສາພົບວ່າການສົ່ງຜ່ານຈາກອັດຕາດອກເບ້ຍນະໂຍບາຍໄປສູ່ອັດຕາດອກເບ້ຍເງິນກູ້ມີລັກສະນະບໍ່ສົມບູນ ແລະ ເກີດຂຶ້ນດ້ວຍຄວ່າລ່າຊ້າປະມານ 1-2 ໄຕມາດ; ເຖິງວ່າແຮງກະທົບຈາກອັດຕາດອກເບ້ຍເງິນກູ້ຈະເຮັດໃຫ້ຜົນຜະລິດມວນລວມພາຍໃນປະເທດທີ່ແທ້ຈິງຫຼຸດລົງຢ່າງມີຄວາມໝາຍສໍາຄັນທາງສະຖິຕິໃນໄລຍະສັ້ນ ແຕ່ຜົນຂອງການຊ໋ອກນະໂຍບາຍເງິນຕາແບບຫັດກຸມຕໍ່ເງິນເຟີ້ ມີຂະໜາດຈໍາກັດ ໂດຍ FEVD ສະແດງໃຫ້ເຫັນວ່າອັດຕາດອກເບ້ຍນະໂຍບາຍອະທິບາຍການຜັນຜວນຂອງເງິນເຟີ້ໄດ້ພຽງປະມານ 7-11% ຕະຫຼອດຊ່ວງເວລາ 20 ໄຕມາດ.
ໃນທາງກົງກັນ ຂ້າມ ຊ່ອງທາງອັດຕາແລກປ່ຽນມີບົດບາດໂດດເດັ່ນກວ່າຢ່າງຊັດເຈນ ໂດຍແຮງກະທົບຈາກອັດຕາແລກປ່ຽນສາມາດອະທິບາຍຄວາມຜັນຜວນຂອງເງິນເຟີ້ໄດ້ປະມານ 35% ໃນໄຕມາດທີ 5 ເພີ່ມຂຶ້ນເປນ 57% ໃນໄຕມາດທີ 10 ແລະ ສູງເຖິງ 66-69% ໃນໄລຍະຍາວ ເຊິ່ງສະທ້ອນລະດັບການສົ່ງຜ່ານອັດຕາແລກປ່ຽນທີ່ສູງໃນລະບົບເສດຖະກິດລາວ.
ນອກນີ້ຄວາມຜົນຜວນຂອງອັດຕາແລກປ່ຽນຍັງຖືກກໍານົດໂດຍແຮງກະທົບຈາກຕົວເອງຫຼາຍກວ່າ 84-90% ໃນທຸກຊ່ວງເວລາ ເຊິ່ງສະແດງເຖິງຄວາມອ່ອນໄຫວຕໍ່ປັດໄຈພາຍນອກ.
ສະຫຼຸບແລ້ວ ຜົນການສຶກສາຊີ້ໃຫ້ເຫັນວ່າກົນໄກການສົ່ງຜ່ານນະໂຍບາຍເງິນຕາຂອງລາວ ມີລັກສະນະ ຊ່ອງທາງອັດຕາແລກປ່ຽນເປັນກົນໄກຫຼັກ (exchange-rate dominant) ກໍ່ຄືຊ່ອງທາງອັດຕາແລກປ່ຽນມີບົດບາດເໜືອກວ່າຊ່ອງອັດຕາດອກເບ້ຍໃນການກໍານົດການເຄື່ອນໄຫວຂອງເງິນເຟີ້; ຂໍ້ຄົ້ນພົບດັ່ງກ່າວສະທ້ອນຂໍ້ຈໍາກັດດ້ານໂຄງສ້າງຂອງການດໍາເນີນນະໂຍບາຍອັດຕາດອກເບ້ຍໃນເສດຖະກິດເປີດຂະໜາດນ້ອຍ ແລະ ຍົກໃຫ້ເຫັນວ່າການເສີມສ້າງສະ ຖຽນລະພາບອັດຕາແລກປ່ຽນຄວບຄູ່ກັບການພັດທະນາຕະຫຼາດການເງິນພາຍໃນປະເທດເປັນເງື່ອນໄຂສໍາຄັນໃນການຍົກລະດັບປະສິດທິພາບຂອງນະໂຍບາຍເງິນຕາໃນໄລຍະຍາວ.
.
Related Results
ບັນຫາການນໍາໃຊ້ວິທີການກວດຄົ້ນ, ຍຶດ ແລະ ອາຍັດຊັບທີ່ໄດ້ມາຈາກການກະທໍາຜິດຕົ້ນໃນສະຖານການຜະລິດ ແລະ ຄ້າຂາຍຢາເສບຕິດ
ບັນຫາການນໍາໃຊ້ວິທີການກວດຄົ້ນ, ຍຶດ ແລະ ອາຍັດຊັບທີ່ໄດ້ມາຈາກການກະທໍາຜິດຕົ້ນໃນສະຖານການຜະລິດ ແລະ ຄ້າຂາຍຢາເສບຕິດ
ການສຶກສາຄົ້ນຄວ້າວິທະຍາສາດໃນຫົວຂໍ້: “ບັນຫາການນໍາໃຊ້ມາດຕະການກວດຄົ້ນ, ຍຶດ ແລະ ອາຍັດຊັບສິນທີ່ໄດ້ມາຈາກການກະທໍາຜິດຕົ້ນໃນສະຖານການຜະລິດ ແລະ ຄ້າຂາຍຢາເສບຕິດ” ມີຈຸດປະສົງສຶກສາເຖິງບັນດາເນື້ອໃນລ...
ແນວທາງການບໍລິຫານວຽກງານສົ່ງເສີມອາຫານທ່ຽງໃນໂຮງຮຽນພາຍໃຕ້ການສະໜັບສະໜູນງົບປະມານຂອງລັດຖະບານ ເມືອງອຸທຸມພອນ ແຂວງສະຫວັນນະເຂດ
ແນວທາງການບໍລິຫານວຽກງານສົ່ງເສີມອາຫານທ່ຽງໃນໂຮງຮຽນພາຍໃຕ້ການສະໜັບສະໜູນງົບປະມານຂອງລັດຖະບານ ເມືອງອຸທຸມພອນ ແຂວງສະຫວັນນະເຂດ
ບົດຄັດຫຍໍ້
ການສຶກສາຄົ້ນຄວ້າໃນຄັ້ງນີ້ມີຈຸດປະສົງ 1) ເພື່ອສຶກສາສະພາບການໃນການຈັດຕັ້ງປະຕິບັດ ວຽກງານສົ່ງເສີມອາຫານທ່ຽງໃນໂຮງຮຽນ ພາຍໃຕ້ການສະໜັບສະໜູນງົບປະມານຂອງລັດຖະບານ ຢູ່ເມືອງອຸທຸ...
ການຈັດການສິ່ງແວດລ້ອມ ແລະ ພະລັງງານ ຂອງໂຮງແຮມ ພາຍໃນນະຄອນຫຼວງພະບາງ ແຂວງຫຼວງພະບາງ
ການຈັດການສິ່ງແວດລ້ອມ ແລະ ພະລັງງານ ຂອງໂຮງແຮມ ພາຍໃນນະຄອນຫຼວງພະບາງ ແຂວງຫຼວງພະບາງ
ການສິຶກສາເລື່ອງ ການຈັດການສິ່ງແວດລ້ອມ ແລະ ພະລັງງານ ຂອງໂຮງແຮມ ໃນນະຄອນ ຫຼວງພະບາງ ແຂວງ ຫຼວງພະບາງ ມີ 03 ຈຸດປະສົງ ຄື: (1) ສຶກສາກ່ຽວກັບການຈັດການສິ່ງແວດລ້ອມ ແລະ ພະລັງງານ, (2) ປັດໄຈທີ່ມີຜົນ...
ສຶກສາຜົນຕອບແທນທາງດ້ານເສດຖະກິດໃນການລ້ຽງງົວທອມດ້ວຍວິທີການທີ່ແຕກຕ່າງກັນຂອງ ກຸ່ມລ້ຽງງົວຢູ່ເມືອງໂພນໄຊ ແລະ ເມືອງພູຄູນ ແຂວງຫຼວງພະບາງ
ສຶກສາຜົນຕອບແທນທາງດ້ານເສດຖະກິດໃນການລ້ຽງງົວທອມດ້ວຍວິທີການທີ່ແຕກຕ່າງກັນຂອງ ກຸ່ມລ້ຽງງົວຢູ່ເມືອງໂພນໄຊ ແລະ ເມືອງພູຄູນ ແຂວງຫຼວງພະບາງ
ບົດຄັດຫຍໍ້: ການສຶກສາຜົນຕອບແທນທາງດ້ານເສດຖະກິດໃນການລ້ຽງງົວທອມດ້ວຍວິທີການທີ່ແຕກຕ່າງກັນຂອງກຸ່ມລ້ຽງງົວຢູ່ເມືອງໂພນໄຊ ແລະ ເມືອງພູຄູນແຂວງຫຼວງພະບາງຄັ້ງນີ້ມີຈຸດປະສົງເພື່ອ 1) ເພື່ອສຶກສາສະພາບກ...
ປັດໄຈທີ່ສົ່ງຜົນຕໍ່ການເຕີບໂຕຂອງວິສາຫະກິດຂະໜາດກາງ ແລະ ຂະໜາດນ້ອຍ ພາຍໃນນະຄອນໄກສອນພົມວິຫານ ແຂວງ ສະຫວັນນະເຂດ
ປັດໄຈທີ່ສົ່ງຜົນຕໍ່ການເຕີບໂຕຂອງວິສາຫະກິດຂະໜາດກາງ ແລະ ຂະໜາດນ້ອຍ ພາຍໃນນະຄອນໄກສອນພົມວິຫານ ແຂວງ ສະຫວັນນະເຂດ
ການວິໄຈໃນຄັ້ງນີ້ເປັນການວິໄຈໃນຫົວຂໍ້ ປັດໄຈທີ່ສົ່ງຜົນຕໍ່ການເຕີບໂຕຂອງວິສາຫະກິດຂະໜາດກາງ ແລະ ຂະໜາດນ້ອຍ ພາຍໃນນະຄອນໄກສອນພົມວິຫານ ແຂວງສະຫວັນນະເຂດ ໂດຍມີວັດຖຸປະສົງຂອງການສຶກສາ ເພື່ອສຶ...
ປຽບທຽບການຄໍ້າປະກັນສະບຽງອາຫານຂອງຄອບຄົວຊາວກະສິກອນຜູ້ ລ້ຽງປາ ແລະ ບໍ່ລ້ຽງປາ ຢູ່ ບ້ານນາດີເມືອງນາຊາຍທອງ, ນະຄອນຫຼວງວຽງຈັນ ສປປ ລາວ.
ປຽບທຽບການຄໍ້າປະກັນສະບຽງອາຫານຂອງຄອບຄົວຊາວກະສິກອນຜູ້ ລ້ຽງປາ ແລະ ບໍ່ລ້ຽງປາ ຢູ່ ບ້ານນາດີເມືອງນາຊາຍທອງ, ນະຄອນຫຼວງວຽງຈັນ ສປປ ລາວ.
ບົດຄັດຫຍໍ້: ການຄໍ້າປະກັນສະບຽງອາຫານ ໃຫ້ແກ່ປະຊາກອນພາຍໃນປະເທດ ເວົ້າລວມ, ເວົ້າສະເພາະ ແມ່ນ ລະດັບຄົວເຮືອນ ແມ່ນ ມີຄວາມສຳຄັນຫຼາຍ, ລັດຖະບານ ສປປ ລາວ ແມ່ນ ໄດ້ຖືເອົາວຽກງານດັ່ງກ່າວເປັນບູລິມະສິດ...
ປະເມີນລະດັບການໃຊ້ຄວາມຮ້ອນ ແລະ ແຮງອັດ ທີ່ມີຜົນຕໍ່ກັບການປ່ຽນແປງທາງດ້ານຄວາມໜາແໜ້ນຂອງໄມ້ຢາງພາລາ
ປະເມີນລະດັບການໃຊ້ຄວາມຮ້ອນ ແລະ ແຮງອັດ ທີ່ມີຜົນຕໍ່ກັບການປ່ຽນແປງທາງດ້ານຄວາມໜາແໜ້ນຂອງໄມ້ຢາງພາລາ
ການສຶກສາຄັ້ງນີ້ມີຈຸດປະສົງເພື່ອ 1). ທົດສອບຊອກຫາເງື່ອນໄຂ ຂອງການອັດແໜ້ນທີ່ເໝາະສົມ (ຄວາມຮ້ອນ, ແຮງອັດ ແລະ ເວລາ) ໃນການປ່ຽນແປງຄວາມໜາແໜ້ນ (Density) ຂອງໄມ້ຢາງພາລາ ແລະ 2). ທົດສອບຫາການດູດຊັບນ...
ສຶກສາບັນຫາການແກ້ບົດເຝິກຫັດ ວິຊາວິເຄາະຄະນິດ ກ່ຽວກັບ ສົມຜົນ ແລະ ອະສົມຜົນທີ່ໂຮງຮຽນມັດທະຍົມສົມບູນ ເມືອງນານ ແຂວງຫຼວງພະບາງ
ສຶກສາບັນຫາການແກ້ບົດເຝິກຫັດ ວິຊາວິເຄາະຄະນິດ ກ່ຽວກັບ ສົມຜົນ ແລະ ອະສົມຜົນທີ່ໂຮງຮຽນມັດທະຍົມສົມບູນ ເມືອງນານ ແຂວງຫຼວງພະບາງ
ການຄົ້ນຄ້ວາຄັ້ງນີ້ ມີຈຸດປະສົງເພື່ອສຶກສາບັນຫາການຮຽນ ຕໍ່ກັບການແກ້ບົດເຝິກຫັດ ວິຊາວິເຄາະຄະນິດ ກ່ຽວກັບ ສົມຜົນ ແລະ ອະສົມຜົນ ຂອງນັກຮຽນຊັ້ນ ມ.5 ທີ່ໂຮງຮຽນມັດທະຍົມສົມບູນ ເມືອງນານ ສົກຮ...

