Search engine for discovering works of Art, research articles, and books related to Art and Culture
ShareThis
Javascript must be enabled to continue!

ວິທີເຊື່ອມໂຍງຄວາມໃນພະລາຊະໂອວາດຂອງພະຍາຟ້າງຸ່ມ

View through CrossRef
ການສຶກສາຄັ້ງນີ້ ມີຈຸດປະສົງສຶກສາການເຊື່ອມໂຍງຄວາມທາງໄວຍາກອນ ແລະ ການເຊື່ອມໂຍງທາງຄຳສັບໃນພະລາຊະໂອວາດຂອງພະຍາຟ້າງຸ່ມ, ເຊິ່ງຜູ້ສຶກສາໄດ້ນໍາໃຊ້ທິດສະດີການເຊືື່ອມໂຍງຄວາມ (Cohesion) ເພື່ອສຶກສາບົດພະລາຊະໂອວາດທີ່ພະຍາຟ້າງຸ່ມກ່າວໃນໂອກາດສະເຫຼີມ ສະຫຼອງໄຊ ການສະຖາປະນາອານາຈັກລ້ານຊ້າງ. ຜົນການສຶກສາພົບວ່າ: ພະລາຊະໂອວາດຂອງພະຍາຟ້າງຸ່ມມີຄວາມເປັນເອກະພາບດ້ານຄໍາສັບ ແລະ ມີໂຄງສ້າງດ້ານເນື້ອໃນ. ໃນນີ້, ວິທີເຊື່ອມໂຍງຄວາມເພື່ອໃຫ້ບົດມີຄວາມເປັນເອກະພາບ ປະກອບມີ 5 ວິທີຄື: ຄວາມເປັນເອກະພາບທາງດ້ານປະໂຫຍກຕໍ່ກັນ (Lexical Cohesion), ການເຊື່ອມໂຍງທາງໄວຍາກອນ (Grammatical Cohesion), ການເຊື່ອມໂຍງທາງເນື້ອຫາ (Thematic Cohesion), ການເຊື່ອມໂຍງທາງໂຄງສ້າງ (Structural Cohesion) ແລະ ການເຊື່ອມໂຍງທາງປະຫວັດສາດ (Historical Cohesion).
National University of Laos, Center for Scientific Journal Promotion
Title: ວິທີເຊື່ອມໂຍງຄວາມໃນພະລາຊະໂອວາດຂອງພະຍາຟ້າງຸ່ມ
Description:
ການສຶກສາຄັ້ງນີ້ ມີຈຸດປະສົງສຶກສາການເຊື່ອມໂຍງຄວາມທາງໄວຍາກອນ ແລະ ການເຊື່ອມໂຍງທາງຄຳສັບໃນພະລາຊະໂອວາດຂອງພະຍາຟ້າງຸ່ມ, ເຊິ່ງຜູ້ສຶກສາໄດ້ນໍາໃຊ້ທິດສະດີການເຊືື່ອມໂຍງຄວາມ (Cohesion) ເພື່ອສຶກສາບົດພະລາຊະໂອວາດທີ່ພະຍາຟ້າງຸ່ມກ່າວໃນໂອກາດສະເຫຼີມ ສະຫຼອງໄຊ ການສະຖາປະນາອານາຈັກລ້ານຊ້າງ.
ຜົນການສຶກສາພົບວ່າ: ພະລາຊະໂອວາດຂອງພະຍາຟ້າງຸ່ມມີຄວາມເປັນເອກະພາບດ້ານຄໍາສັບ ແລະ ມີໂຄງສ້າງດ້ານເນື້ອໃນ.
ໃນນີ້, ວິທີເຊື່ອມໂຍງຄວາມເພື່ອໃຫ້ບົດມີຄວາມເປັນເອກະພາບ ປະກອບມີ 5 ວິທີຄື: ຄວາມເປັນເອກະພາບທາງດ້ານປະໂຫຍກຕໍ່ກັນ (Lexical Cohesion), ການເຊື່ອມໂຍງທາງໄວຍາກອນ (Grammatical Cohesion), ການເຊື່ອມໂຍງທາງເນື້ອຫາ (Thematic Cohesion), ການເຊື່ອມໂຍງທາງໂຄງສ້າງ (Structural Cohesion) ແລະ ການເຊື່ອມໂຍງທາງປະຫວັດສາດ (Historical Cohesion).

Back to Top